• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກ​​ລັດ​ຖະ​ມົນ​ຕີ​ຫວຽດ​ນາມຫງວຽນ​ຊວັນ​ຟຸກຕ້ອນ​ຮັບ​ບັນ​ດາລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດກຳ​ປູ​ເຈຍແລະລາວ

ທ່ານນາຍົກລັດຖະມົນຕີຫວຽດນາມເຊື່ອໝັ້ນວ່າ: ແນ່ນອນໃນໄລຍະໃໝ່, ກອງທັບແລະປະຊາຊົນ 3 ປະເທດຍາມໃດກໍ່ຈະສາມັກຄີເປັນເອກະພາບກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນພັດທະນາ, ປົກປັກຮັກສາເອກະລາດ, ຄວາມເສລີ, ຂອງແຕ່ລະປະເທດ.
 
ທ່ານ ຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ທ່ານຈັນສະໝອນຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວ (ພາບ: TTXVN)

ຕອນບ່າຍວັນທີ 19 ທັນວາ,ທີ່ ສຳນັກງານລັດຖະບານ, ທ່ານ ຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມໄດ້ຕ້ອນຮັບ ທ່ານເຕ່ຍແບັງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍແລະທ່ານຈັນສະໝອນຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວ, ເນື່ອງໃນໂອກາດ ທ່ານທັງສອງເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ75 ປີ (22/12/1944 – 22/12/2019).

ກ່າວຄຳເຫັນທີ່ ການຕ້ອນຮັບ, ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມສະແດງຄວາມຊົມເຊີຍຕໍ່ອາລົມຈິດ, ຄວາມຮັບຜິດຊອບ, ຄວາມສຸດໃຈຂອງທ່ານລັດຖະມົນຕີທັງສອງ. ທ່ານນາຍົກລັດຖະມົນຕີຫວຽດນາມຕີລາຄາສູງຕໍ່ ເລື່ອງກະຊວງປ້ອງກັນປະເທດທັງສາມປະເທດທີ່ເປັນເຈົ້າການໃນການຄົ້ນຄວ້າ, ເປັນເອກະພາບກັນຜັນຂະຫຍາຍຮູບການຮ່ວມ, ພົ້ນເດັ່ນແມ່ນຮັກສາການພົບປະແລກປ່ຽນໃນແຕ່ລະປີແລະບໍ່ກະທັນຫັນລະຫວ່າງການນຳກະຊວງປ້ອງກັນປະທດທັງສາມປະເທດເພື່ອແລກປ່ຽນບັນດາບັນຫາທີ່ມີຜົນກະທົບເຖິງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສາມປະເທດ; ຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນຢູ່ ເຂດສາມຫຼ່ຽມພັດທະນາ, ເປັນຕົ້ນແມ່ນບັນດາໄພພິບັດທາງທຳມະຊາດທີ່ເກີດຂຶ້ນນັ້ນກຳລັງປ້ອງກັນຊາດທັງ 3 ປະເທດຕ່າງກໍ່ໜູນຊ່ວຍ, ແບ່ງປັນ; ແລກປ່ຽນຂໍ້ມູນຂ່າວສານແນໃສ່ກຳໄດ້ສະພາບການ, ກົນອຸບາຍເຈດຕະນາຕ້ານມ້າງເພທຳລາຍຂອງບັນດາອິດທິກຳລັງກົງກັນຂ້າມ, ປໍລະປັກເພື່ອແກ້ໄຂຢ່າງທັນການ; ສົມທົບກັນປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຮ່ວມກັນ, ເປັນຕົ້ນແມ່ນເຂດສາມຫຼຽມພັດທະນາ; ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນທີ່ອາໄສຢູ່ເຂດຊາຍແດນ 3 ປະເທດທີ່ມີການພົວພັນການຄ້າ, ພັດທະນາເສດຖະກິດ. ພ້ອມກັນນັ້ນ, ວຽກງານການໜູນຊ່ວຍບຳລຸງສ້າງນາຍທະຫານລະຫວ່າງ 3 ປະເທດກໍ່ໄດ້ຮັບການຍູ້ແຮງແລະຫວຽດນາມກໍ່ພ້ອມແລ້ວທີ່ຈະແບ່ງປັນບົດຮຽນຂອງຕົນໃນຂົງເຂດດັ່ງກ່າວ.

        ທ່ານນາຍົກລັດຖະມົນຕີຫວຽດນາມເຊື່ອໝັ້ນວ່າ: ແນ່ນອນໃນໄລຍະໃໝ່, ກອງທັບແລະປະຊາຊົນ 3 ປະເທດຍາມໃດກໍ່ຈະສາມັກຄີເປັນເອກະພາບກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນພັດທະນາ, ປົກປັກຮັກສາເອກະລາດ, ຄວາມເສລີ, ຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top