• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຮອດໂຕກຽວ, ເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນ້ຳຂອງ - ຍີ່ປຸ່ນ ແລະ ຢ້ຽມຢາມ ຍີ່ປຸ່ນ

ໃນວັນທີ 8 ຕຸລາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ່າງສົມກຽດ

ເວລາ 17 ໂມງ ວັນທີ 7 ຕຸລາ, ຕາມເວລາ ຍີ່ປຸ່ນ (ກົງກັບ 15 ໂມງ ວັນທີ 7 ຕຸລາຕາມເວລາ ຫວຽດນາມ) ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Haneda, ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ຢ້ຽມຢາມ ຍີ່ປຸ່ນ.

          ໃນວັນທີ 8 ຕຸລາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ່າງສົມກຽດ. ຈາກນັ້ນ, ນາຍົກລັດຖະມົນຕີ ສອງທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງຝ່າຍດຳເນີນການເຈລະຈາ; ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືລະຫວ່າງສອງຝ່າຍ.

          ວັນທີ 9 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 10; ເຂົ້າຮ່ວມເວທີປາໄສການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ. ຈາກນັ້ນ, ວັນທີ 10 ຕຸລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະພົບປະກັບປະທານສະພາຕ່ຳ ແລະ ສະພາສູງຍີ່ປຸ່ນ. ນອກຈາກນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີການພົບປະ, ການໂອ້ລົມສົນທະນາກັບບັນດາວິສາຫະກິດຍີ່ປຸ່ນ…

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top