
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບສະມາຄົມມູນເຊື້ອເຈື່ອງເຊີນ
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບກັບບັນດານາຍທະຫານ, ນັກວິລະຊົນກຳລັງປະກອບອາວຸດ, ບັນດາອະດີດຊາວໜຸ່ມຕະລຸມບອນ, ກຳມະກອນແນວຮົບ, ບັນດານັກຂ່າວ, ນັກປະພັນ, ນັກວິທະຍາສາດ, ນັກຮົບເກົ່າຂອງສະມາຄົມ. ໃນການດຳລົງຊີວິດປະຈຸບັນ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງບັນດາກົມກອງທະຫານ ເຈື່ອງເຊີນ ໄດ້ເສີມຂະຫຍາຍມູນເຊື້ອ, ປະຕິບັດການເຄື່ອນໄຫວແທດຈິງຫລາຍຢ່າງ, ອຸດົມສົມບູນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ, ປົກປັກຮັກສາປະເທດຊາດ, ໃນນັ້ນ ມີບັນດາໂຄງການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແມ່ນປະສົບຜົນສຳເລັດທີ່ສຸດ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ຈະສືບຕໍ່ບໍລິຫານລັດຖະບານ, ສ້າງລັດຖະບານສັດຊື່ບໍລິສຸດ, ສ້າງສັນ, ຮັບໃຊ້ປະຊາຊົນ.
(ແຫຼ່ງຄັດຈາກ VOV)