• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບສາດສະດາຈານມະຫາວິທະຍາໄລ Harvard, ອາເມລິກາ

ຕອນບ່າຍວັນທີ 05 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານສາດສະດາຈານ Thomas Vallely, ຫົວໜ້າໂຄງການ ຫວຽດນາມ ປະຈຳມະຫາວິທະຍາໄລ Harvard, ທັງເປັນປະທານກອງທຶນເພື່ອການສຶກສາ ຫວຽດນາມ.

ທີ່ການຕ້ອນຮັບ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ການສຶກສາ ແລະ ບຳລຸງສ້າງ ແມ່ນໜຶ່ງໃນບັນດາບຸລິມະສິດໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ. ທ່ານນາຍົກລັດຖະມົນຕີກໍ່ຕີລາຄາສູງຄຸນນະພາບຄູສອນຂອງມະຫາວິທະຍາໄລ Fulbright, ແລະ ໃຫ້ຮູ້ວ່າ: ບັນດາຄຳເຫັນປະກອບຂອງຖັນແຖວຄູອາຈານເຫຼົ່ານັ້ນ ໄດ້ມີຜົນກະທົບໃດໜຶ່ງ, ຊຸກຍູ້ການພັດທະນາຂອງ ຫວຽດນາມ.

        ສ່ວນທ່ານສາດສະດາຈານ Thomas Vallely ໄດ້ສະແດງຄວາມຂອບໃຈລັດຖະບານ ຫວຽດນາມ ທີ່ໄດ້ຕັ້ງໜ້າໜູນຊ່ວຍການສ້າງຕັ້ງມະຫາວິທະຍາໄລ Fullbright ຄື: ອອກໃບຢັ້ງຢືນ, ໃບອະນຸຍາດ ແລະ ພິເສດແມ່ນທີ່ດິນ. ທ່ານ Thomas Vallely ຢືນຢັນວ່າ: ຈະນຳມະຫາວິທະຍາໄລ Fullbright ໃຫ້ກາຍເປັນຮາກຖານບຳລຸງສ້າງມີອິດທິພົນຊື່ສຽງ, ມີຄຸນນະພາບໃນຂົງເຂດນະໂຍບາຍສາທາລະນະ.

(ແຫຼ່ງຄັດຈາກ VOV)


ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top