• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີອອກຄຳສັ່ງລົງມືກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳຕົກ ຮ່ວາບີງ ເປີດກ້ວາງ

ຕອນເຊົ້າວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ອອກຄຳສັ່ງລົງມືກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳຕົກ ຮ່ວາບີງ ເປີດກ້ວາງ. 

ພິທີລົງມືກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳຕົກ ຮ່ວາບີງ ເປີດກ້ວາງ (ພາບ: VGP)

ໂຄງການດັ່ງກ່າວ ໂດຍກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ລົງທຶນ, ມີຍອດເງິນລົງທຶນກ່ວາ 9.200 ຕື້ດົ່ງ. ຄາດວ່າ, ພາຍຫລັງໄດ້ຮັບການກໍ່ສ້າງສຳເລັດ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສະໜອງໄຟຟ້າໃຫ້ແກ່ການພັດທະນາປະເທດຊາດ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ໂຄງການເຂື່ອນໄຟຟ້ານ້ຳຕົກ ຮ່ວາບີງ ເປີດກ້ວາງແມ່ນໂຄງການໃຫຍ່, ກໍ່ສ້າງຫຍຸ້ງຍາກ, ໜ້າທີ່ວາງອອກໃຫ້ EVN ແລະ ບັນດາຫົວໜ່ວຍກໍ່ສ້າງທີ່ກ່ຽວຂ້ອງແມ່ນໜັກໜ່ວງທີ່ສຸດ, ສະນັ້ນ ຕ້ອງສູ້ຊົນໃຫ້ສຳເລັດຄວາມຄືບໜ້າກ່ອນເຄິ່ງປີ, ນຳໂຄງການເຂົ້າເຄື່ອນໄຫວໂດຍໄວ.

ພິເສດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍກໍ່ສ້າງ ຕ້ອງຮັບປະກັນຄວາມປອດໄພຍາວນານຢ່າງເດັດຂາດ; ບໍ່ປະໃຫ້ເກີດເຫດການໃດໆ ໃນເງື່ອນໄຂດິນຟ້າອາກາດຜິດປົກກະຕິ. ພ້ອມກັນນັ້ນ ຕ້ອງຮັບປະກັນຄວາມຄືບໜ້າ, ຄຸນນະພາບການກໍ່ສ້າງ; ຈຳກັດການສົ່ງຜົນສະທ້ອນຕໍ່ສະພາບແວດລ້ອມແຫ່ງການດຳລົງຊີວິດຂອງປະຊາຊົນຢູ່ບໍລິເວນກໍ່ສ້າງ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top