• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ແຂວງຮ່ວາບີ່ງຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນໃຫ້ດີກວ່າອີກ

ວັນທີ 10 ມັງກອນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳຫລັກແຫລ່ງຂອງແຂວງ ຮ່ວາບີ່ງ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ ຮ່ວາບີ່ງ.
ພາບ:vietnam+
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຕື້ອງເຖິງມູນເຊື້ອອັນດີງາມຂອງແຂວງ ຮ່ວາບີ່ງ ປະກອບສ່ວນຢ່າງໃຫຍ່ຫລວງໃນພາລະກິດປົກປັກຮັກສາປະເທດຊາດ. ທ່ານນາຍົກລັດຖະມົນຕີ ປາດຖະຫນາວ່າ ອຳນາດການປົກຄອງ ແລະ ປະຊາຊົນໃນແຂວງ ຈົ່ງເສີມຂະຫຍາຍມູນເຊື້ອອັນດີງາມນັ້ນ, ມານະພະຍາຍາມສູ້ຊົນບືນຕົວຂຶ້ນ ກໍ່ສ້າງແຂວງ ຮ່ວາບີງໃຫ້ພັດທະນາຢ່າງແຮງກວ່າອີກ. ທ່ານນາຍົກລັດຖະມົນຕີ ໃສ່ໃຈ: ແຂວງ ຮ່ວາບີງ ຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນກວ່າອີກ ເປັນຕົ້ນແມ່ນຂົງເຂດທ່ອງທ່ຽວ, ການຄ້າ. ພ້ອມກັນນັ້ນ ເອົາໃຈໃສ່ ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງປະຊາຊົນບັນດາເຜົ່າສ່ວນຫນ້ອຍຢູ່ບໍລິເວັນແຂວງ.
(ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top