• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບຄະນະຄຸ້ມຄອງສຸສານປະທານໂຮ່ຈິມີນ

      ຕອນເຊົ້າວັນທີ 3 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບຄະນະຄຸ້ມຄອງສຸສານປະທານໂຮ່ຈິມີນ ກ່ຽວກັບວຽກງານບູລະນະປະຕິສັງຂອນກິດຈະກຳ ສຸສານປະທານໂຮ່ຈິມີນ ປະຈຳໄລຍະ. ກ່ອນຫນ້ານັ້ນ ທ່ານນາຍົກລັດຖະມົນຕີ ໄດ້ລົງກວດກາບັນດາຂັ້ນຕອນພາຍຫລັງບູລະນະປະຕິສັງຂອນມາເປັນເວລາເກືອບ 3 ເດືອນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ກວດກາວຽກງານປະຕິສັງຂອນສຸສານປະທານໂຮ່ຈິມີນ
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຄວາມປະທັບໃຈກ່ຽວກັບການຮັບໃຊ້ນັກທ່ອງທ່ຽວຢ່າງສຸດຈິດສຸດໃຈຂອງຄະນະຄຸ້ມຄອງສຸສານ ເປັນຕົ້ນໃນສະພາບການແຂກມາຢ້ຽມຢາມນັບມື້ນັບຫລາຍຂຶ້ນ, ໃນນັ້ນ ມີແຂກຕ່າງປະເທດ, ບໍ່ໄລ່ເດືອນ ທັນວານີ້ ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມສຸສານໄດ້ເພີ່ມຂຶ້ນ 12% ເມື່ອທຽບໃສ່ປີກາຍແລ້ວ. ທ່ານນາຍົກລັດຖະມົນຕີ ຖືວ່າ ນາຍທະຫານ, ພາລະກອນຄະນະຄຸ້ມຄອງສຸສານ ບໍ່ພຽງແຕ່ມີຄຸນນະທາດດ້ານການເມືອງດີ, ມີຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ຫນ້າທີ່ໄດ້ຮັບການມອບຫມາຍເທົ່ານັ້ນ ຫາກຍັງເກັ່ງດ້ານພາສາຕ່າງປະເທດເພື່ອແນະນຳໃຫ້ແຂກມາຢ້ຽມຢາມສຸສານປະທານໂຮ່ຈິມີນ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top