• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້

      ຕອນເຊົ້າວັນທີ 18 ກຸມພາ, ຢູ່ເມືອງດົງແອງ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີປູກລະດົມ ວັນບຸນປູກຕົ້ນໄມ້ຮູ້ບຸນຄຸນຕໍ່ລຸງໂຮ່ຕະຫຼອດການລະດູບານໃໝ່ປີກຸນ 2019.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຂົ້າຮ່ວມພິທີປູກລະດົມ ວັນບຸນປູກຕົ້ນໄມ້ຮູ້ບຸນຄຸນຕໍ່ລຸງໂຮ່ຕະຫຼອດການ” 
(ພາບ: TTXVN)
      ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຕ່ລະຄອບຄົວຢູ່ນະຄອນຮ່າໂນ້ຍ ປູກຕົ້ນໄມ້ຕົ້ນໜຶ່ງເພື່ອໃຫ້ຮ່າໂນ້ຍ ກາຍເປັນນະຄອນວັດທະນະທຳ, ສ້າງຈຸດຄວາມງາມໃໝ່ຂອງນະຄອນຫຼວງຮ່າໂນ້ຍ ແລະ ເລື່ອງປູກຕົ້ນໄມ້ໃຫ້ກ່າຍເປັນຂະບວນການໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໃຫ້ຮູ້ວ່າ.
        “ປຸກລະດົມຂະບວນການແຂ່ງຂັນປະຕິບັດ “ວັນບຸນປູກຕົ້ນໄມ້” ນັບແຕ່ຊຸມມື້ຕົ້ນປີໃໝ່ 2019. ສ້າງແຜນການກະທຳລະອຽດ, ແທດຈິງກ່ຽວກັບການປູກປ່າ, ປົກປັກຮັກສາປ່າ. ຍູ້ແຮງການດຶງດູດບັນດາແຫຼ່ງກຳລັງລົງທຶນເຂົ້າໃນວຽກງານປູກປ່າ, ປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຊີໃນການປູກປ່າ, ຄຸ້ມຄອງປ່າ, ອະນຸລັກຮັກສາຊີວະນາໆພັນ. ຕັດສິນໃຈວ່າ ໃນຮອບເວລາ 10 ປີຈະມາເຖິງ, ຈະນຳຫວຽດນາມ ກ່າຍເປັນສູນກາງແຖວໜ້າຂອງໂລກ ກ່ຽວກັບການຜະລິດ, ສົ່ງອອກໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ປ່າ”.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top