• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາສູງໄຮຕີ

      ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Youri Latortue ປະທານສະພາສູງ ສາທາລະນະລັດ ໄຮຕີ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາສູງໄຮຕີYouri Latortue
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ພວມສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກໃຫ້ບັນດານັກລົງທຶນຕ່າງປະເທດ. ບົນຈິດໃຈນັ້ນ ທ່ານນາຍົກລັດຖະມົນຕີ ສະເຫນີ ໄຮຕີ ສືບຕໍ່ສະຫນັບສະຫນູນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ກຸ່ມບໍລິສັດ Viettel ໃນການຮ່ວມທຸລະກິດ Natcom ແລະ ຖືວ່າ ນີ້ແມ່ນໂຄງການຮ່ວມມືແບບຢ່າງໃນການພວົພັນດ້ານເສດຖະກິດ, ການ ລົງທຶນລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ສອງຝ່າຍຈະສືບຕໍ່ພິຈາລະນາ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນ, ແທດຈິງ, ມີສະມັດຕະພາບສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກໃຫ້ສອງຝ່າຍຜັນຂະຫຍາຍບັນດາເອກະສານການຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ ແລະ ຮັກສາການຮ່ວມມືຢ່າງແຫນ້ນແຟ້ນ, ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາອົງການສາກົນ ແລະ ເວທີປາໄສຫລາຍຝ່າຍ, ເປັນຕົ້ນແມ່ນ ທີ່ສະຫະປະຊາຊາດ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ ລັດຖະບານ ຫວຽດນາມ ປາດຖະຫນາ ແລະ ມີຄວາມຕັດສິນໃຈພ້ອມກັບລັດຖະບານ ໄຮຕີ ຜັນຂະຫຍາຍບັນດາມາດຕະການເພີ່ມທະວີການຮ່ວມມືສອງຝ່າຍຕາມທິດແທດຈິງ ແລະ ມີປະສິດທິຜົນ. ສ່ວນທ່ານປະທານສະພາສູງ ໄຮຕີ Youri Latortue ປາດຖະຫນາຢາກຮ່ວມມືກັບຫວຽດນາມ ຢ່າງແຫນ້ນແຟ້ນໃນຂົງເຂດກະສິກຳ. 
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top