• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບລັດຖະມົນຕີຮັບຜິດຊອບອະນຸໂລມ UAE


(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ
ຕ້ອນຮັບລັດຖະມົນຕີຮັບຜິດຊອບອະນຸໂລມUAE)
​      ໃນ​ລຍການ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ​ຍິງ​ໂລກ​ຄັ້ງ​ທີ 11, ຕອນ​ບ່າຍ​ວັນ​ທີ 12/12, ຕາມ​ເວລາ​ທ້ອງ​ຖີ່​ນ, ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ນາງ​ລັດຖະມົນຕີ​ຮັບຜິດຊອບອະນຸ​ໂລມ ສະຫະລັດອາຣັບເອມມີເລດ (UAE) Sheikha Lubna Al Qasimi. ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ຫງວຽນ​ທິກິມ​ເງິນ ຕີ​ລາຄາ​ສູງ​ວຽກ​ງານ​ຈັດ​ຕັ້ງ​ ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ​ຍິງ​ໂລກ​ຄັ້ງ​ທີ 11 ຢູ່ UAE, ອັນ​ໄດ້​ປະກອບສ່ວນ​ຍົກ​ສູງ​ບົດ​ບາດ ​ແລະ ທີ່​ຕັ້ງ​ຂອງ UAE ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ເວທີ​ສາກົນ. ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ​ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ, ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ UAE, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມືດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ​ແລະ ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 7 ຂອງ ຫວຽດນາມ ​ແລະ ​ໂລກ. ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ​ ຫງວຽນ​ທິກິມ​ເງິນ ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດ​ຈະ​ແບ່ງປັນ​ບັນດາ​ບົດຮຽນ​ໃນ​ການ​ສ້າງ​ກົດໝາຍ, ການ​ປະຕິບັດ​ບັນດາ​ນະ​ໂຍບາຍ, ​ແຜນການ ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສອງ​ປະ​ເທດ.
(ແຫຼ່ງຄັດຈາກ VOV)

ໂຄງ​ການ​ແບ່ງປັນ​ກັບ​ຄູ​​ສອນ​ປີ 2026: ແຜ່​ກະ​ຈາຍ​ບັນ​ດາ​ຂະ​ບວນ​ການ​ສອນ​ຕົວ​ໜັງ​ສື

ໂຄງ​ການ​ແບ່ງປັນ​ກັບ​ຄູ​​ສອນ​ປີ 2026: ແຜ່​ກະ​ຈາຍ​ບັນ​ດາ​ຂະ​ບວນ​ການ​ສອນ​ຕົວ​ໜັງ​ສື

ພ​າຍຫຼັງ 11 ປີ​ແຫ່ງ​ການ​ຈັດ​ຕັ້ງ, ໂຄງ​ການ​ຈັດ​ຕັ້ງ​ໄດ້​ຍ້ອງ​ຍໍ​ສັນ​ສະ​ເສີນ, ສະ​ແດງ​ຄວາມ​ຮູ້​ບຸ​ນຸ​ຄນ​ຄູ​ສອນ​ແບບ​ຢ່າງດີ​ເດັ່ນ 656 ຄົນ ແລະ 34 ຂະ​ບວນ​ການ​ແບ່ງ​ປັນ​ກັບ​ເອື້ອຍ​ຄູ, ອ້າຍ​ຄູ.

Top