• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບອົງການໄອຍະການສູງສຸດ ສ.ເກົາຫຼີີ

ເລື່ອງລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືໄລຍະ 2019 – 2022 ລະຫວ່າງອົງການໄອຍະການສູງສຸດຫວຽດນາມ ແລະ ອົງການໄອຍະການໄອຍະການສູງສຸດ ສ.ເກົາຫຼີ ແມ່ນພື້ນຖານທີ່ສໍາຄັນ ເພື່ອໃຫ້ສອງຝ່າຍສືບຕໍ່ດໍາເນີນບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ.

ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານ Mun Mo – il ຫົວໜ້າອົງການໄອຍະການສູງສຸດ ສ.ເກົາຫຼີ 

ຕອນເຊົ້າວັນທີ 29 ມັງກອນ, ຢູ່ສໍານັກງານສະພາແຫ່ງຊາດຫວຽດນາມ ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Mun Mo – il ຫົວໜ້າອົງການໄອຍະການສູງສຸດ ສ.ເກົາຫຼີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຕາມຄໍາເຊີນຂອງອົງການໄອຍະການສູງສຸດຫວຽດນາມ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງໝາກຜົນການເຈລະຈາ ລະຫວ່າງ ທ່ານຫົວໜ້າອົງການໄອຍະການ ສ.ເກົາຫຼີ ແລະ ຫົວໜ້າອົງການໄອຍະການສູງສຸດຫວຽດນາມ ເລມິນຈີ໊. ເລື່ອງລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືໄລຍະ 2019 – 2022 ລະຫວ່າງອົງການໄອຍະການສູງສຸດຫວຽດນາມ ແລະ ອົງການໄອຍະການໄອຍະການສູງສຸດ ສ.ເກົາຫຼີ ແມ່ນພື້ນຖານທີ່ສໍາຄັນ ເພື່ອໃຫ້ສອງຝ່າຍສືບຕໍ່ດໍາເນີນບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ; ພ້ອມທັງປາດຖະໜາວ່າ ບົດບັນທຶກຊ່ວຍຈໍາ ຈະຜັນຂະຫຍາຍໂດຍໄວ.

        ທ່ານຫົວໜ້າອົງການໄອຍະການສູງສຸດ ສ.ເກົາຫຼີ Mun Mo – il ສະເໜີວ່າ ສອງຝ່າຍ ຈະສືບຕໍ່ຮັກສາການພົບປະແລກປ່ຽນຂັ້ນຕ່າງໆເປັນປະຈໍາ ເພື່ອເພີ່ມທະວີການພົວພັນຮ່ວມມືມິດຕະພາບ, ມີຄວາມເຂົ້າໃຈເຊິ່ງກັນແລະກັນ, ແບ່ງປັນບົດຮຽນໃນວຽກງານດ້ານວິຊາການ ແລະ ຮັບໃຊ້ປະຊາຊົນໃຫ້ດີີກວ່່າເກົ່່າ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top