• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຢ້ຽມຢາມກອງບັນຊາການນະຄອນຫຼວງ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, 28 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ, ຕອນບ່າຍວັນທີ 18 ທັນວາ,

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມກອງບັນຊາການນະຄອນຫຼວງ
      ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບພະນັກງານ, ນັກຮົບກຳລັງປະກອບອາວຸດ ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມຍັງມີທ່ານ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ.
        ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍ້ອງຍໍພະນັກງານ, ນັກຮົບກອງບັນຊາການນະຄອນຫຼວງ ຍາມໃດກໍ່ຊາບຊືມ, ກຳແໜ້ນເປົ້າໝາຍ, ທັດສະນະ, ແນວຄິດ, ທິດນຳຊີ້ນຳນຳພາຂອງພັກກ່ຽວກັບການປົກປັກຮັກສາປະເທດຊາດ. ທ່ານນາງປະທານສະພາແຫ່ງຊາດສະເໜີກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ສຸມໃສ່ເຮັດວຽກງານສຶກສາການເມືອງ, ແນວຄິດໃຫ້ພະນັກງານ, ນັກຮົບເປັນຢ່າງດີເພື່ອກຳແໜ້ນແນວທາງ ທັດສະນະຂອງພັກ; ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກສະພາບການ. ພ້ອມທັງສົມທົບກັບຕຳຫຼວດປະຊາຊົນ ແລະ ບັນດາກຳລັງອື່ນເພື່ອຮັກສາສະຖຽນລະພາບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ນະຄອນຫຼວງຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top