• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 86,8 ລ້ານຄົນ

      ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 6 ມັງກອນ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 86,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1.874.297 ຄົນ.

ພະນັກງານການແພດ ຢູ່ ເຊີອູນ, ສ.ເກົາຫຼີ ເອົາຕົວຢ່າງກວດຫາເຊື້ອໄວຣັດ (ພາບ: Yonhap/ TTXVN)
      ຢູ່ເອີຣົບ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຢູ່ ອັງກິດ ໄດ້ລື່ນກາຍ 60.000 ກໍລະນີ ແລະ ມີ 830 ກໍລະນີເສຍຊີວິດ ຕໍ່ວັນ. ຢູ່ ເຢຍລະມັນ, ວັນທີ 5 ມັງກອນ, ທ່ານນາງນາຍົກລັດຖະມົນຕີ Angela Merkel  ແລະ ຜູ້ວ່າການລັດຕ່າງໆ ໄດ້ເຫັນດີແກ່ຍາວບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ພວມນຳໃຊ້ໃນປັດຈຸບັນຈົນຮອດວັນທີ 31 ມັງກອນ, ພ້ອມທັງຈັດວາງເພີ່ມເຕີມບັນດາມາດຕະການປ້ອງກັນ, ສະກັດກັ້ນຢ່າງເຂັ້ມງວດກວ່າ ເພື່ອຄວບຄຸມການແຜ່ລາມຂອງໂລກລະບາດ.
        ຢູ່ຕາເວັນອອກກາງ, ອີຣານ ໄດ້ຢັ້ງຢືນກໍລະນີຕິດເຊື້ອໄວຣັດສາຍພັນໃໝ່ SARS – CoV-2 ເປັນລາຍທຳອິດ. ວັນທີ 5 ມັງກອນ, ອີຣານ ຢັ້ງຢືນວ່າ ມີຜູ້ຕິດເຊື້ອໃໝ່ 6.113 ຄົນ, ໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເປັນ 1.255.620 ຄົນ ແລະ ມີຜູ້ເສຍຊີວິດ 55.748 ຄົນ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top