• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມ ເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ

      ພາຍຫຼັງປຶກສາຫາລືດ້ວຍຄຳເຫັນປະກອບທີ່ເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນະ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 7 ປີ 2017ເປັນເວລາ 1 ວັນ, ໃນຕອນບ່າຍວັນທີ 17 ທັນວາ, ຜູ້ຕາງໜ້າຄະນະຜູ້ແທນຊາວໜຸ່ມ 3 ປະເທດເຫັນດີເປັນເອກະພາບ ແລະ ລົງນາມໃນຖະແຫຼງການຮ່ວມເວທີປາໄສເຂດສາມຫຼ່ຽມພັດທະນາ.

ຖະແຫຼງການຮ່ວມ ເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (ພາບ: TTXVN)
      ຖະແຫຼງການຮ່ວມມີ 6 ເນື້ອໃນຕົ້ນຕໍ, ລວມມີ: ຈັດຕັ້ງເພີ່ມທະວີ ແລະ ເປີດກວ້າງການຮ່ວມມືຊາວໜຸ່ມໃນຫຼາຍຂົງເຂດຈາກສູນກາງຮອດທ້ອງຖິ່ນ, ໃນນັ້ນມີການສຸມໃສ່ສຶກສາອົບຮົມ, ບຳລຸງຊາວໜຸ່ມເຍົາວະຊົນອະນຸຊົນກ່ຽວກັບສາຍພົວພັນມິດຕະພາບ ແລະ ນ້ຳໃຈສາມະຄີຂອງປະຊາຊົນ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ. ຈັດຕັ້ງການເຄື່ອນໄຫວຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດ, ນັກທຸລະກິດໜຸ່ມ 3 ປະເທດ; ສົ່ງເສີມ ແລະ ຕັ້ງໜ້າໜູນຊ່ວຍຊາວໜຸ່ມ CLV ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ພັດທະນາແບບຍືນຍົງ.
        ຖະແຫຼງການຮ່ວມເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນານອນໃນບັນດາເຫດການກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 11 ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ໄດ້ຈັດຕັ້ງແຕ່ວັນທີ 15 ຫາວັນທີ 19 ທັນວາ 2017 ຢູ່ເທດສະບານ ດົ່ງຊ່ວາຍ, ແຂວງ ບີ່ງເຟື໋ອກ, ປະເທດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top