• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕຳຫຼວດຮ່າໂນ້ຍປຸກລະດົມບຸນເຕັດປູກຕົ້ນໄມ້ປີສະຫຼູ 2021

ປີ 2021 ນະຄອນຮ່າໂນ້ຍ ສູ້ຊົນປູກຕົ້ນໄມ້ໃຫ້ໄດ້ກວ່າ 300.000 ຕົ້ນ ແລະ ຮອດປີ 2030 ປະຊາຊົນນະຄອນຫຼວງຮ່າໂນ້ຍ ແຕ່ລະຄົນຈະປູກຕົ້ນໄມ້ 1 ຕົ້ນ.
ປີ 2021 ນະຄອນຮ່າໂນ້ຍ ສູ້ຊົນປູກຕົ້ນໄມ້ໃຫ້ໄດ້ກວ່າ 300.000 ຕົ້ນ. (ພາບ: kinhtedothi.vn)

ຕອນເຊົ້າວັນທີ 22 ກຸມພາ, ຢູ່ເມືອງ ຊ໊ອກເຊີນ, ຕຳຫຼວດນະຄອນຮ່າໂນ້ຍ ໄດ້ປຸກລະດົມບຸນເຕັດປູກຕົ້ນໄມ້ປີສະຫຼູ 2021. ເຂົ້າຮ່ວມພິທີມີທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະ ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫ້ວ.

        ໂດຍຕອບສະໜອງລາຍການປູກຕົ້ນໄມ້ຂຽວ 1 ຕື້ຕົ້ນ ໂດຍທ່ານນາຍົກລັດຖະມົນຕີປຸກລະດົມ, ປີ 2021 ນະຄອນຮ່າໂນ້ຍ ສູ້ຊົນປູກຕົ້ນໄມ້ໃຫ້ໄດ້ກວ່າ 300.000 ຕົ້ນ ແລະ ຮອດປີ 2030 ປະຊາຊົນນະຄອນຫຼວງຮ່າໂນ້ຍ ແຕ່ລະຄົນຈະປູກຕົ້ນໄມ້ 1 ຕົ້ນ. ໃນນັ້ນ, ສະເພາະຕຳຫຼວດຮ່າໂນ້ຍ ໄດ້ສູ້ຊົນປູກຕົ້ນໄມ້ 3.000 ຕົ້ນໃນປີ 2021.

        ນະຄອນຮ່າໂນ້ຍ ກຳນົດການພັດທະນາເຂດຕົວເມືອງຂຽວ, ດ້ວຍຈຸດສຸມແມ່ນບົວລະບັດລະບົບຕົ້ນໄມ້ໃນເຂດຕົວເມືອງ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນໃນແຜນການພັດທະນາເສດຖະກິດ-ສັງຄົມໃນແຕ່ລະປີຂອງນະຄອນຫຼວງຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top