• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າ​ວ​ສານ ​ເຂົ້າ​ໃນ​ກາ​ນ​ຄຸ້ມ​ຄອງການພັກ ອາໄສ

ຕອນເຊົ້າວັນທີ 21 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືທາງອອນລາຍກ່ຽວກັບບາງເນື້ອໃນທີ່ຍັງມີຄຳຄິດເຫັນແຕກຕ່າງກັນ ຂອງຮ່າງກົດໝາຍວ່າດ້ວຍການພັກອາໄສ (ສະບັບປັບປຸງ).

ວາລະປຶກສາຫາລືຂອງສະພາແຫ່ງຊາດ (ພາບ: TTXVN)

ຮ່າງກົດໝາຍໄດ້ວາງອອກບັນດາເນື້ອໃນຄຸ້ມຄອງການພັກອາໄສດ້ວຍພື້ນຖານເຕັກໂນໂລຢີຂໍ້ມູນຂ່າວສານພ້ອມກັບ ການປັບປຸງ, ເພີ່ມເຕີມທີ່ສຳຄັນຫຼາຍຢ່າງ ເພື່ອໃຫ້ເໝາະສົມກັບລັດຖະບານເອເລັກໂຕນິກ, ອຳນາດການປົກຄອງ ເອເລັກໂຕນິກ. ການປ່ຽນແປງໃໝ່ວິທີການຄຸ້ມຄອງຕາມທິດນີ້ ຈະຊ່ວຍໃຫ້ພົນລະເມືອງບໍ່ຕ້ອງ ເອົາບັນດາເອກະສານທີ່ມີຂໍ້ມູນສ່ວນຕົວ ໂດຍໄດ້ສະແດງໃຫ້ເຫັນໃນຖານຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງໄປນຳ, ທ່ານ ຫງວຽນແມ້ງເກືອງ ສະມາຊິກສະພາແຫ່ງຊາດ ແຂວງກ໋ວາງບິ່ງ ມີຄຳເຫັນວ່າ:

“ຂ້າພະເຈົ້າເຫັນດີຕໍ່ເລື່ອງ ຮ່າງກົດໝາຍ ຈະໄດ້ປັບປຸງຕາມທິດ ປ່ຽນແປງວິທີການຄຸ້ມຄອງການພັກອາໄສ ຈາກການຄຸ້ມຄອງ ດ້ວຍປຶ້ມສຳມະໂນຄົວ, ໃບອະນຸຍາດພັກເຊົາ ໄປສູ່ການຄຸ້ມຄອງດ້ວຍຂໍ້ມູນເອເລັກໂຕນິກ, ດ້ວຍການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວານ. ນີ້ແມ່ນວິທີການຄຸ້ມຄອງທີ່ທັນສະໄໝ, ແມ່ນທ່າອ່ຽງຂອງການປະຕິວັດເຕັກໂນໂລຢີຂໍ້ມູນຂ່າວສານ”.

(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top