• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຫັນເປັນດິຈິຕອນເພື່ອເອົາໃຈໃສ່ເຖິງການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນໃຫ້ດີກ່ວາເກ່ົາ

      ຕອນເຊົ້າວັນທີ 8/12, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການເຮັດວຽກກັບອົງການປະກັນສັງຄົມ ຫວຽດນາມ ກ່ຽວກັບການປະຕິບັດບັນດາການເຄື່ອນໄຫວໃນໄລຍະຜ່ານມາ ແລະ ບັນດາທິດທາງສຳຄັນໃນໄລຍະຈະມາເຖິງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຮັດວຽກກັບອົງການປະກັນສັງຄົມ ຫວຽດນາມ 
            ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງອົງການປະກັນສັງຄົມໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ, ພິເສດແມ່ນການປະຕິຮູບນະໂຍບາຍປະກັນສັງຄົມ.
       ກ່ຽວກັບວຽກງານທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ອົງການປະກັນສັງຄົມສຸມໃສ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ສ້າງຍຸດທະສາດ ແລະ ແຜນການ; ຕ້ອງກະທຳຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ, ມີຈຸດສຸມ. ທ່ານນາຍົກລັດຖະມົນຕີ ໃຫ້ຄຳຕັກເຕືອນວ່າ ອາດຈະສ້າງຕັ້ງໜ່ວຍງານເພື່ອກວດກາຄືນບັນດາສິ່ງທີ່ຄ້າງຄາຂອງກົນໄກ, ນະໂຍບາຍ, ກົດໝາຍປະກັນສັງຄົມ, ປະກັນການຫວ່າງງານ ແລະ ປະກັນສຸຂະພາບ ເພື່ອສະເໜີ ແລະ ເປັນເສນາທິການໃຫ້ຂັ້ນຕ່າງໆທີ່ມີສິດອຳນາດ. ໃນບັນດາການເຄື່ອນໄຫວວິຊາຊີບ, ທ່ານນາຍົກລັດຖະມົນຕີ ຕັກເຕືອນວ່າ: ການຄຸ້ມຄອງ ແລະ ນຳໃຊ້ກອງທຶນປະກັນສັງຄົມ ຕ້ອງຮັບປະກັນສິດຜົນປະໂຫຍດຂອງຜູ້ເຂົ້າຮ່ວມການປະກັນສັງຄົມ, ຮັບປະກັນຄວາມປອດໄພ, ເຕີບໂຕ ແລະ ພັດທະນາ, ປະກອບສ່ວນຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ເພື່ອຜົນປະໂຫຍດລວມ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top