• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາມໃດ ຫວຽດນາມ ກໍ່ປາດຖະໜາຢາກໃຫ້ບັນດາວິສາຫະກິດ ເອີລົບ ເຂົ້າມາລົງທຶນ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ເອີລົບ ເວົ້າລວມ, ການພົວພັນ 2 ຝ່າຍ ຫວຽດນາມ - ເຢຍລະມັນ, ຫວຽດນາມ - ແບນຊິກ ເວົ້າສະເພາະພວມພັດທະນາອັນດີງາມໃນທຸກໆຂົງເຂດ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນ
(ພາບ: Thống Nhất/TTXVN)
      ວັນທີ 16 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Jehanne Roccas, ເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ; ທ່ານ Bruno Angelet,  ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ປະຈຳ ຫວຽດນາມ ແລະ ທ່ານ Wolfgang Manig, ອຸປະທູດຊົ່ວຄາວ ສະຫະພັນ ເຢຍລະມັນປະຈຳ ຫວຽດນາມ ເພື່ອແລກປ່ຽນການເຄື່ອນໄຫວສົ່ງເສີມການລົງທຶນຂອງບັນດາວິສາຫະກິດ ເອີລົບ ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ເອີລົບ ເວົ້າລວມ, ການພົວພັນ 2 ຝ່າຍ ຫວຽດນາມ - ເຢຍລະມັນ, ຫວຽດນາມ - ແບນຊິກ ເວົ້າສະເພາະພວມພັດທະນາອັນດີງາມໃນທຸກໆຂົງເຂດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ດ້ວຍແຜນນະໂຍບາຍແມ່ນລັດຖະບານສ້າງສັນ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກ, ສະພາບແວດລ້ອມແຫ່ງການລົງທຶນດີທີ່ສຸດ ໃຫ້ບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດເຄື່ອນໄຫວຢ່າງມີປະສິດທິຜົນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ປາດຖະໜາຢາກໃຫ້ບັນດາວິສາຫະກິດ ເອີລົບ ລົງທຶນເຂົ້າ ຫວຽດນາມ ດ້ວຍຄວາມກ້າວໜ້າດ້ານເຕັກໂນໂລຢີ, ເປັນມິດກັບສິ່ງແວດລ້ອມ. ທ່ານນາຍົກລັດຖະມົນຕີ ຍາມໃດກໍ່ກຽມພ້ອມຮັບຟັງ ແລະ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດທີ່ເກີດຂຶ້ນຂອງບັນດາວິສາຫະກິດ ເອີລົບ ທີ່ດຳເນີນທຸລະກິດ ຢູ່ ຫວຽດນາມ ຢ່າງທັນການ.
 (ແຫຼ່ງຄັດຈາກ VOV)

ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ຝ​ລັ່ງ​ຢ່າງ​ເປັນ​ທາງ​ການ

ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ຝ​ລັ່ງ​ຢ່າງ​ເປັນ​ທາງ​ການ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ ຫວຽດ​ນາມ ຝ​ລັ່ງ,

Top