ຂ່າວສານ

ຍາມໃດ ຫວຽດນາມ ກໍ່ປາດຖະໜາຢາກໃຫ້ບັນດາວິສາຫະກິດ ເອີລົບ ເຂົ້າມາລົງທຶນ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ເອີລົບ ເວົ້າລວມ, ການພົວພັນ 2 ຝ່າຍ ຫວຽດນາມ - ເຢຍລະມັນ, ຫວຽດນາມ - ແບນຊິກ ເວົ້າສະເພາະພວມພັດທະນາອັນດີງາມໃນທຸກໆຂົງເຂດ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນ
(ພາບ: Thống Nhất/TTXVN)
      ວັນທີ 16 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Jehanne Roccas, ເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ; ທ່ານ Bruno Angelet,  ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ປະຈຳ ຫວຽດນາມ ແລະ ທ່ານ Wolfgang Manig, ອຸປະທູດຊົ່ວຄາວ ສະຫະພັນ ເຢຍລະມັນປະຈຳ ຫວຽດນາມ ເພື່ອແລກປ່ຽນການເຄື່ອນໄຫວສົ່ງເສີມການລົງທຶນຂອງບັນດາວິສາຫະກິດ ເອີລົບ ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ເອີລົບ ເວົ້າລວມ, ການພົວພັນ 2 ຝ່າຍ ຫວຽດນາມ - ເຢຍລະມັນ, ຫວຽດນາມ - ແບນຊິກ ເວົ້າສະເພາະພວມພັດທະນາອັນດີງາມໃນທຸກໆຂົງເຂດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ດ້ວຍແຜນນະໂຍບາຍແມ່ນລັດຖະບານສ້າງສັນ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກ, ສະພາບແວດລ້ອມແຫ່ງການລົງທຶນດີທີ່ສຸດ ໃຫ້ບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດເຄື່ອນໄຫວຢ່າງມີປະສິດທິຜົນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ປາດຖະໜາຢາກໃຫ້ບັນດາວິສາຫະກິດ ເອີລົບ ລົງທຶນເຂົ້າ ຫວຽດນາມ ດ້ວຍຄວາມກ້າວໜ້າດ້ານເຕັກໂນໂລຢີ, ເປັນມິດກັບສິ່ງແວດລ້ອມ. ທ່ານນາຍົກລັດຖະມົນຕີ ຍາມໃດກໍ່ກຽມພ້ອມຮັບຟັງ ແລະ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດທີ່ເກີດຂຶ້ນຂອງບັນດາວິສາຫະກິດ ເອີລົບ ທີ່ດຳເນີນທຸລະກິດ ຢູ່ ຫວຽດນາມ ຢ່າງທັນການ.
 (ແຫຼ່ງຄັດຈາກ VOV)

top