• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານອ​ຸດ​ສາ​ຫະ​ກຳ​ລະ​ຫວ່າງ ຫວຽດ​ນາມ - ໄ​ຕ້ຫວັນ​ (ຈີນ)

ຫວຽດນາມ - ໄຕ້ຫວັນ (ຈີນ) ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ພິເສດແມ່ນການຊຸກຍູ້ການຮ່ວມສຳພັນກໍ່ສ້າງລະບົບສະໜອງໃນບັນດາຂົງເຂດອຸດສາຫະກຳການຜະລິດ ແລະ ປຸງແຕ່ງ.

ທ່ານ ຫວູຕ໊ຽນລົກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (ພາບ: vneconomy.vn)

ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານຢູ່ເວທີປາໄສການຮ່ວມມືອຸດສາຫະກຳລະຫວ່າງ ຫວຽດນາມ - ໄຕ້ຫວັນ (ຈີນ) ໂດຍ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບສະຫະສະມາຄົມອຸດສາຫະກຳ ໄຕ້ຫວັນຈັດຕັ້ງຢູ່ ນະຄອນໂຮ່ຈີມິນ ໃນວັນທີ 2 ກໍລະກົດ.

        ທ່ານ ຫວູຕ໊ຽນລົກ, ປະທານ VCCI, ໃຫ້ຮູ້ວ່າ ປັດຈຸບັນ, ດ້ວຍກະແສຟອງການລົງທຶນ FDI ເລີ່ມຈາກຜົນກະທົບຂອງບັນດາສັນຍາການຄ້າເສລີໃໝ່, ຫວຽດນາມຈະໃຫ້ບຸລິມະສິດແກ່ບັນດານັກລົງທຶນຕ່າງປະເທດທີ່ນຳໃຊ້ເຕັກໂນໂລຢີສູງ, ສ້າງມູນຄ່າເພີ່ມຂຶ້ນຫຼາຍກ່ວາ, ເປັນມິດກັບສິ່ງແວດລ້ອມກ່ວາ ແລະ ຮ່ວມສຳພັນຢ່າງແໜ້ນແຟ້ນກັບວິສາຫະກິດ ຫວຽດນາມ. ດັ່ງນັ້ນ, ຫວຽດນາມມີຄວາມປາດຖະໜາຢາກໃຫ້ ປະຊາຄົມວິສາຫະກິດ ໄຕ້ຫວັນ (ຈີນ) ຍູ້ແຮງການລົງທຶນເຂົ້າໃນການຄົ້ນຄ້ວາພັດທະນາຜະລິດຕະພັນ, ອຸດສາຫະກຳສະໜັບສະໜູນກໍ່ຄືໜູນຊ່ວຍວິສາຫະກິດ ຫວຽດນາມເຂົ້າຮ່ວມລະບົບມູນຄ່າທົ່ວໂລກ.

        ທ່ານ ກວາງກວັນຢຽນ ປະທານສະມາຄົມໃຫຍ່ອຸດສາຫະກຳ ໄຕ້ຫວັນ (ຈີນ) ເນັ້ນໜັກວ່າ: ປັດຈຸບັນ, ຫວຽດນາມພວມກາຍເປັນສະຖານທີ່ລົງທຶນທີ່ດູດດືມຂອງບັນດາວິສາຫະກິດຕ່າງປະເທດ ແລະ ກໍ່ແມ່ນເປົ້າໝາຍມຸ່ງໄປເຖິງຍຸດທະສາດເປີດກ້ວາງການຂະຫຍາຍລົງສູ່ທິດໃຕ້ຂອງ  ໄຕ້ຫວັນ (ຈີນ). ຝ່າຍ ໄຕ້ຫວັນ (ຈີນ) ປາດຖະໜາຢາກ ລົງທຶນເຂົ້າ ຫວຽດນາມ ຢູ່ບັນດາຂະແໜງຄື ອຸດສາຫະກຳຕ່ຳແຜ່ນຕັດຫຍິບ, ເກີບໜັງ, ບັນດາຂະແໜງອຸດສາຫະກຳສະໜັບສະໜູນຕ່າງໆ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top