• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ກ່າວເຕືອນບັນດາມາດຕະການລົງໂທດໃໝ່ຂອງ ອາເມລິກາ ບໍ່ຊ່ວຍການຮ່ວມມືກ່ຽວກັບ ສປປ ເກົາຫຼີ

      ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ 23 ສິງຫາ, ທ່ານນາງ ຄວາຊວນຢີ໋ງ, ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ບັນດາມາດຕະການລົງໂທດຂອງ ອາເມລິກາ ຈະບໍ່ຊ່ວຍແກ້ໄຂບັນຫາ ສປປ ເກົາຫຼີ ກໍ່ຄືບໍ່ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃນເຊິ່ງກັນ ແລະ ກັນ ແລະ ການຮ່ວມມືກັບ ຈີນ. 

ໂຄສົກກະຊວງການຕ່າງປະເທດ ຈີນ
      ເຖິງຢ່າງໃດກໍ່ຕາມ, ໂຄສົກຜູ້ນີ້ຖືວ່າ ຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ໄດ້ມີສັນຍານຫລຸດລົງຍ້ອນຄວາມມານະພະຍາຍາມຂອງຝ່າຍຕ່າງໆ, ເຖິງວ່າ, ບັນຫານີ້ຍັງສົບສົນ ແລະ ສະດຸ້ງໄວ. ທ່ານນາງ ຄວາຊວນຢີ໋ງ ໄດ້ຍົກອອກຖະແຫຼງການນີ້ພາຍຫຼັງທ່ານ Rex Tillerson, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຍົກອອກສັນຍານກ່ຽວກັບຄວາມສາມາດດຳເນີນການເຈລະຈາກັບ ສປປ ເກົາຫຼີ “ໃນອະນາຄົດໃກ້ໆນີ້” ພຽງ 2 – 3ຊົ່ວໂມງ. ກ່ອນນັ້ນ, ວັນທີ 22 ສິງຫາ, ອາເມລິກາ ໄດ້ປະກາດບັນດາມາດຕະການລົງໂທດໃໝ່ເລັ່ງໃສ່ 16 ບໍລິສັດ ແລະ ສ່ວນບຸກຄົນຂອງ ຈີນ ແລະ ລັດເຊຍ ດ້ວຍຂໍ້ກ່າວຫາວ່າມີການກ່ຽວຂ້ອງເຖິງໂຄງການອາວຸດນິວເຄຼຍຂອງ ສປປ ເກົາຫຼີ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top