• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນຖື ການພົວພັນທາງການຄ້າສອງຝ່າຍກັບຫວຽດນາມເປັນສຳຄັນ

      ຕອນບ່າຍວັນທີ 18 ມັງກອນ, ທີ່ການຖະແຫຼງຂ່າວ ນັດສາມັນຂອງກະຊວງການຕ່າງປະເທດຈີນ, ທ່ານນາງ ຄ໊າວຈວນອ໊ຽງ ໂຄສົກ ກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ຈີນຖືເປັນສຳຄັນ ແລະ ຕີລາຄາສູງບັນດາຜົນສຳເລັດໃນການພົວພັນທາງການຄ້າສອງຝ່າຍກັບ ຫວຽດນາມ.
ທ່ານນາງ ຄ໊າວຈວນອ໊ຽງ ໂຄສົກ ກະຊວງການຕ່າງປະເທດຈີນ
      ເມື່ອຕອບຄຳຖາມຂອງນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳຈີນ ກ່ຽວກັບຂ່າວຫວຽດນາມ ໄດ້ລື່ນກາຍ ອົດສະຕາລີ ແລະ ເຢຍລະມັນ ກາຍເປັນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 6 ຂອງ ຈີນໃນທົ່ວໂລກ, ທ່ານນາງ ຄ໊າວຈວນອ໊ຽງ ໃຫ້ຮູ້ວ່າ: ຈີນຮູ້ສຶກດີໃຈຕໍ່ການພັດທະນາກໍ່ຄືບັນດາຜົນສຳເລັດໃນການພົວພັນທາງການຄ້າສອງຝ່າຍ ລະຫວ່າງ ຈີນ ແລະ ຫວຽດນາມ. ທ່ານນາງ ຄ໊າວຈວນອ໊ຽງ ເນັ້ນໜັ້ກວ່າ ຫວຽດນາມ ແມ່ນປະເທດບ້ານໃກ້ເຮືອນຄຽງສຳຄັນຂອງຈີນ ແລະ ປະເທດນີ້ຖືການພັດທະນາການພົວພັນກັບຫວຽດນາມເປັນສຳຄັນເປັນຢ່າງຍິ່ງ.
(ແຫຼ່ງຄັດຈາກ VOV)
 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top