• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຂ່ຳນັບຮັບຕ້ອນວັນວັດທະນະທຳບັນດາເຜົ່າຫວຽດນາມ

ການ​ເຄື່ອ​ນ​ໄຫວ​ໃນ​ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ
ພາບປະ​ກອບ
       ການ​ເຄື່ອນ​​ໄຫວ​ຕ່າງໆ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​​ເຜົ່າ​ຫວຽດ​ນາມ ຈະ​ດຳ​ເນີນ​ຢູ່ ໝູ່​ບ້ານ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ​ບັນ​ດາ​​ເຜົ່າ​ຫວຽດ​ນາມ ຢູ່ ດົງ​ໂມ, ເຊີນ​ໄຕ, ຮ່າ​ໂນ້ຍ ແຕ່​ວັນ​ທີ 19-23/4. ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ຈຳ​ວັນ​ຢູ່ ໝູ່​ບ້ານ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ ບັນ​ດາ​ເຜົ່າ​ຫວຽດ​ນາມ ລວມ​ມີ 8 ​ເຜົ່າ​ຄື: ເມື​່ອງ, ຜູ້​ໄທ, ຂະ​ມຸ, ຢ້າວ, ໄຕ່, ເອ​ເດ, ຕາ​ໂອຍ, ຂະ​ແມ. ໃນ​ນັ້ນ ມີ​ເຈົ້າ​ກົກ​ເຈົ້າ​ເຫລົ່າ, ນາຍ​ບ້ານ, ນັກ​ສິ​ລະ​ປະ​ການ 50 ຄົນ​ຂອງ​ບັນ​ດາ​ເຜົ່າ ມາ​ຈາກ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ໃນ​ໂອ​ກາດນີ້ ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ແນະ​ນຳ, ເຊີ​ດ​ຊູ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຄື: ງານ​ວາງ​ສະ​ແດງ, ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໄມ້​ໄຜ່, ໄມ້​ເຮ້ຍ​ໃນ​ຊີ​ວິດ​ທາງ​ດ້ານ​ດົນ​ຕີ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ, ວາດ​ພາບ​ເຖິງ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ, ວາງ​ສະ​ແດງ​ເຄື່ອງ​ ​ສິ​ລະ​ປະຫັດ​ຖະ​ກຳ.
      ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ກິ​ລາ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ ຫວຽດ​ນາມ ໂດຍ​ກະ​ຊວ​ງວັດ​ທະ​ນະ​ທຳ, ກ​ິ​ລາ ແລະ ທ່ອ​ງ​ທ່ຽວ ປະ​ຕິ​ບັດ, ປະ​ກອບ​ສ່ວນ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມ​ູນ​ເຊື້ອ​ຂອງ​ຊາດ, ເພີ່ມ​ທະ​ວີ​ການ​ສ້າງ ແລະ ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດ​ນາມ. 
 (ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top