• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງພາບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນຢູ່ຫວຽດນາມ

      ຕອນຄ່ຳວັນທີ 16 ພະຈິກ, ຢູ່ສູນວັດທະນະທຳແຂວງ ນິງທ້ວນ, ໄດ້ດຳເນີນພິທີໄຂງານວາງສະແດງພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມອາຊຽນ ຢູ່ຫວຽດນາມ. ງານວາງສະແດງໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງນິງທ້ວນ ຈັດຕັ້ງ.

 ງານວາງສະແດງພາບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນຢູ່ຫວຽດນາມ
(ພາບ: TTXVN)
      ງານວາງສະແດງໄດ້ແນະນຳເຖິງຜູ້ຊົມພາບຖ່າຍກວ່າ 300 ແຜ່ນ ແລະ ເກືອບ 60 ຮູບເງົາສາລະຄະດີ - ເອກະສານ ທີ່ໄດ້ລອດເຂົ້າຮອບຊິງຊະນະເລີດຂອງງານປະກວດພາບຖ່າຍ ແລະ ເງົາສາລະຄະດີ - ເອກະສານ ກ່ຽວກັບປະເທດຊາດ, ມະນຸດໃນປະຊາຄົມອາຊຽນ ເມື່ອປີ 2010 (ປີຫວຽດນາມ ເປັນປະທານອາຊຽນ), ງານປະກວດພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດໃນປະຊາຄົມອາຊຽນ ເມື່ອປີ 2013, ພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ ກ່ຽວກັບບັນດາເຜົ່າໃນປະຊາຄົມອາຊຽນ ເມື່ອປີ 2015, ໂດຍ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຈັດຕັ້ງ.
        ບັນດາພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ ທີ່ງານວາງສະແດງໄດ້ສ່ອງແສງໃຫ້ເຫັນຄວາມງາມຂອງປະເທດຊາດ, ມະນຸດຂອງບັນດາປະເທດອາຊຽນ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດອາຊຽນ, ປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ບັນດາເຜົ່າໃນປະຊາຄົມອາຊຽນ… 
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top