ງານມະໂຫລານສະແດງສິລະປະເຍົາວະຊົນທາງພາກເໜືອປີ 2018
(ພາບ: baothainguyen.org.vn)
ງານມະໂຫລານປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງຫຼາຍແຂວງ, ນະຄອນທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ງານມະໂຫລານສະແດງສິລະປະເຍົາວະຊົນແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີ ແລະ ແມ່ນວັນບຸນໃຫຍ່ຂອງເຍົາວະຊົນບັນດາແຂວງທາງພາກເໜືອ, ເຊິ່ງແມ່ນບ່ອນເພື່ອໃຫ້ພວກນ້ອງສະແດງຄວາມສາມາດຂອງຕົນໃນຂົງເຂດສິລະປະ, ພ້ອມທັງເຊີດຊູ, ຍ້ອງຍໍ ແລະ ສົ່ງເສີມພອນສະຫວັນໃນດ້ານສິລະປະຂອງບັນດາພວກເດັກເຍົາວະຊົນ. ງານມະໂຫລານດັ່ງກ່າວຖືກດຳເນີນໃນແຕ່ວັນທີ 14 – 15 ກໍລະກົດ.
(ແຫຼ່ງຄັດຈາກ VOV)