• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະ​ປະຕິ​ບັດງານ​ສະພາ​ແຫ່ງ​ຊາດ ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ ພໍ່​ແມ່​ພີ່ນ້ອງ​​ບັນດາ​ເຜົ່າ​ຢູ່​ແຂວງ​ລາຍ​ເຈົາ

ຕອນບ່າຍວັນທີ 13 ມັງກອນ, ຄະນະປະຕິບັດງານຂອງສະພາແຫ່່ງຊາດຫວຽດນາມ ໂດຍທ່ານ ຟຸ່ງກວ໊ກຫຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເມືອງ ນໍ້າຍຸ່ນ, ແຂວງລາຍເຈົາ ຂອງຫວຽດນາມ. 

ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຫຽນ ຢ້ຽມຢາມ, ອວຍພອນບຸດເຕັດນັກຮົບຢູ່ຄ້າຍປ້ອງກັນຊາຍແດນ ຮົວບຸມ (ພາບ:TTXVN) 

ຢູ່ຕາແສງຊາຍແດນ ຮົວບຸມ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຫຽນ ສະເໜີໃຫ້ອໍານາດການປົກຄອງທ້ອງຖິ່ນເອົາໃຈໃສ່, ສໍາຫຼວດກວດຄືນບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ ເພື່ອມີແຜນການຊ່ວຍເຫຼືອຢ່າງທັນການ, ຮັບປະກັນໃຫ້ທຸກໆຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມຜາສຸກ. ຫຼັງຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວ໊ກຫຽນ ກໍໄດ້ໄປຢ້ຽມຢາມ, ອວຍພອນບຸດເຕັດອໍານາດການປົກຄອງ, ປະຊາຊົນຕາແສງ ຮົວບຸມ ແລະ ບັນດາພະນັກງານ, ນັກຮົບຢູ່ຄ້າຍປ້ອງກັນຊາຍແດນ ຮົວບຸມ. ນອກຈາກນັ້ນ, ທ່ານຍັງໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄູອາຈານ ແລະ ນັກສຶກສາຢູ່ໂຮງຮຽນມັດທະຍົມກິນນອຊົນເຜົ່ານຮົວບຸມ ແລະ ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ຕາແສງດັ່ງກ່າວອີກດ້ວຍ.
(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top