• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເລີມດົງ

      ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີຄວາມຫວັງວ່າ  ແຂວງເລີມດົງ ຈະສ້າງເງື່ອນໄຂທີ່ສະດວກ, ແບ່ງປັນບັນດາບົດຮຽນທີ່ແທດຈິງເພື່ອໃຫ້ບັນດາຄະນະປະຕິບັດງານຂອງ ລາວ ໄດ້ມາຢ້ຽມຊົມ, ຮັບເອົາວິທີການກະເສດເຕັກໂນໂລຢີສູງຂອງທ້ອງຖິ່ນ ໃນໄລຍະຈະມາເຖິງ.

ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ແລະ  ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ຢ້ຽມຢາມບາງຮູບແບບການຜະລິດກະສິກຳເຕັກໂນໂລຢີຢູ່ນະຄອນ ດາລາດ (ພາບ:TTXVN)
      ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເລີມດົງ, ຕອນບ່າຍວັນທີ 6 ມີນາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ນຳໜ້າໄດ້ລົງຢ້ຽມຢາມບາງຮູບແບບການຜະລິດກະສິກຳເຕັກໂນໂລຢີຢູ່ນະຄອນ ດາລາດ.
        ທີ່ເຂດຜະລິດກະສິກຳເຕັກໂນໂລຢີສູງຂອງບໍລິສັດ Hasfarm ດາລາດ ແລະ ບໍລິສັດ ປູກຜັກໃນເຮືອນຮົ່ມ ດາລາດ ຈຳກັດ, ຄະນະໄດ້ໄປຢ້ຽມຊົມ ແລະ ຊອກຮູ້ບັນດາວິວັດການ, ເຕັກໂນໂລຢີການຜະລິດ, ການຫຸ້ມຫໍ່, ການຮັກສາຜະລິດຕະພັນຜັກ, ດອກໄມ້ທີ່ມີຄຸນນະພາບສູງເພື່ອສະໜອງໃຫ້ແກ່ຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ຖືເປັນສຳຄັນການນຳໃຊ້ອຸດສາຫະກຳກ້າວໜ້າຂອງໂລກເຂົ້າໃນການຜະລິດກະສິກຳຂອງ ດາລາດ - ເລີມດົງ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນບັນດາຮູບແບບການຜະລິດກະສິກຳທີ່ມີປະສິດທິຜົນ ແລະ ມີລັກສະນະແບບຍືນຍົງ ເຊິ່ງ ລາວ ຄວນຖອດຖອນບົດຮຽນເພື່ອນຳໃຊ້ໃຫ້ແກ່ພື້ນຖານເສດຖະກິດຂອງຕົນ. ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີຄວາມຫວັງວ່າ  ແຂວງເລີມດົງ ຈະສ້າງເງື່ອນໄຂທີ່ສະດວກ, ແບ່ງປັນບັນດາບົດຮຽນທີ່ແທດຈິງເພື່ອໃຫ້ບັນດາຄະນະປະຕິບັດງານຂອງ ລາວ ໄດ້ມາຢ້ຽມຊົມ, ຮັບເອົາວິທີການກະເສດເຕັກໂນໂລຢີສູງຂອງທ້ອງຖິ່ນ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top