• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມຢ້ຽມຢາມສັນຖະວະໄມຕີຈີນຢ່າງເປັນທາງການ


ພົນ​ເອກ ໂງ​ຊວນ​ຫຼີກ
(ພາບ​ປະ​ກອບ)

      ຕອນ​ເຊົ້າ​ວັນ​ທີ 28/08, ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ຫວຽດ​ນາມ, ໂດຍ​ພົນ​ເອກ ໂງ​ຊວນ​ຫຼີກ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ເລ​ຂາ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ສັນ​​ຖະ​ວະ​ໄມ​ຕີ​ຈີນ ​ຢ່າງ​ເປັນ​ທາງການ ໃນ​ລະ​ຫວ່າງວັນ​ທີ 28 – 31/08. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຈີນ ເປັນ​ຄັ້ງ​ທຳ​ອິດຂອງ​ພົນ​ເອກ ໂງ​ຊວນ​ຫຼີກ ໃນ​ຖາ​​ນະ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ການ​ຢ້ຽມ​ຢາມ​ຂອງຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ຫວຽດ​ນາມ ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ, ໃນ​ນັ້ນ​ມີ​ການ​ເພີ່ມ​ທະ​ວີການ​ພົບ​ປະ​ຂ​ັ້ນ​ສູງ, ຊຸກ​ຍູ້​ການ​ພົວ​ພັນ​ໃນ​ທຸກ​ຂົງ​ເຂດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ສະ​ຖຽນ​ລະ​ພາບ ແລະ ແທ​ດ​ຈິງ. ຕາມ​ລາຍ​ການ​ຂອງ​ການ​ຢ້ຽມ​ຢາມ, ທ່ານ​ລັດ​ຖະ​ມົນ​ຕີ ໂງ​ຊວນ​ຫຼີກ ຈະ​ມີ​ການ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ຈາງວານ​ແຈ໋ວງ; ເຂົ້າ​ຢ້ຽມ​ຂ່ຳ​ນັບ​ການ​ນຳ​ພັກ, ລັດ ແລະ ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ​ຈີນ ແລະ ຢ້ຽມ​ຢາມກອງ​ທະ​ຫານ​ປົດ​ປ່ອຍ​​ປະ​ຊາ​ຊົນຈີນ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top