• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍບາງສະບັບ

ປະຈຸບັນພວກເຮົາມີບັນດາຊ່ອງທາງເພື່ອກວດກາການກວດສອບບັນຊີ ຄືອົງການກວດກາພັກ ແລະ ພາຍໃນອົງການກວດສອບ ກໍ່ມີກົນໄກກວດກາ. ນີ້ແມ່ນຊ່ອງທາງທີ່ເປັນປະຊາທິປະໄຕທີ່ສຸດ.


ກອງປະຊຸມຄັ້ງທີ 37 ສືບຕໍ່ລາຍການເຮັດວຽກ

(ພາບ: quochoi.vn)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 37, ຕອນເຊົ້າວັນທີ 13 ກັນຍາ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນ, ດັດແກ້ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ.

        ສະຫຼຸບວາລະປຶກສາຫາລື, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ຖືວ່າ: ໃນວິວັດການກວດສອບບັນຊີ, ການຮ້ອງທຸກແມ່ນເລື່ອງທຳມະດາ ແຕ່ຖ້າຫາກບໍ່ປະຕິບັດນັ້ນຈະສົ່ງຜົນສະທ້ອນເຖິງປະສິດທິພາບ, ປະສິດທິຜົນຂອງການກວດສອບ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໃຫ້ຮູ້ວ່າ: ປະຈຸບັນພວກເຮົາມີບັນດາຊ່ອງທາງເພື່ອກວດກາການກວດສອບບັນຊີ ຄືອົງການກວດກາພັກ ແລະ ພາຍໃນອົງການກວດສອບ ກໍ່ມີກົນໄກກວດກາ. ນີ້ແມ່ນຊ່ອງທາງທີ່ເປັນປະຊາທິປະໄຕທີ່ສຸດ.

        ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ກໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປະກາດໃຊ້ເອກະສານກຳນົດກົດໝາຍ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top