• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ບົດລາຍງານແກ້ໄຂຮ້ອງທຸກ, ຮ້ອງຟ້ອງປີ 2017

      ວັນທີ 15 ກັນຍາ, ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ ກ່ຽວກັບວຽກງານແກ້ໄຂຮ້ອງທຸກ, ຮ້ອງຟ້ອງປີ 2017.

(ພາບປະກອບ) 
      ບົດລາຍງານໃຫ້ເຫັນວ່າ, ສະພາບການຮ້ອງທຸກ, ຮ້ອງຟ້ອງນັບແຕ່ທ້າຍປີ 2016 ເຖິງປະຈຸບັນເວົ້າລວມແລ້ວ ແມ່ນໄດ້ຫຼຸດລົງ. ເຖິງຢ່າງໃດກໍ່ຕາມ, ຍັງມີການຜັນແປຢ່າງສັບສົນ ແລະ ຂ້ຽວຂາດຢູ່, ໃນນັ້ນບັນດາກໍລະນີຮ້ອງທຸກ, ຮ້ອງຟ້ອງທີ່ສັບສົນ, ມີຫຼາຍຄົນເຂົ້າຮ່ວມນັ້ນສ່ວນຫຼາຍແມ່ນຂຶ້ນກັບຂົງເຂດທີ່ດິນ. ເພື່ອປັບປຸງ, ແກ້ໄຂສິ່ງທີ່ຍັງຄົງຂ້າງ, ຈຳກັດໃນການຄຸ້ມຄອງລັດ, ຍົກສູງປະສິດທິຜົນວຽກງານຕ້ອນຮັບພົນລະເມືອງ, ແກ້ໄຂຮ້ອງທຸກ, ຮ້ອງຟ້ອງ. ລັດຖະບານໄດ້ກຳນົດໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ ແມ່ນຊີ້ນຳການຕ້ອນຮັບພົນລະເມືອງປະຈຳໄລຍະ ແລະ ກະທັນຫັນຢ່າງເຂັ້ມງວດ, ການ ຕ້ອນຮັບພົນລະເມືອງຕິດພັນກັບການແກ້ໄຂຮ້ອງທຸກ, ຮ້ອງຟ້ອງ, ເອົາໃຈໃສ່ປັບປຸງກົງຈັກ, ຍົກສູງກຳລັງຄວາມສາມາດ, ລະດັບຄວາມຮູ້, ທັກສະໃຫ້ແກ່ພະນັກງານເຮັດວຽກງານຕ້ອນຮັບພົນລະເມືອງ, ແກ້ໄຂຮ້ອງທຸກ, ຮ້ອງຟ້ອງຕາມທິດວິຊາການ. ພ້ອມກັນນັ້ນສຸມໃສ່ແກ້ໄຂບັນດາກໍລະນີຮ້ອງທຸກ, ຮ້ອງຟ້ອງຢ່າງສັບສົນ, ຍັງຄົງຄ້າງ… ຄະນະກຳມະການປະຊາຊົນທຸກຂັ້ນເປັນເຈົ້າການກວດກາ, ກຳແໜ້ນສະພາບການ, ຄົ້ນພົບ ແລະ ມີມາດຕະການແກ້ໄຂບັນດາກໍລະນີຮ້ອງທຸກ, ຮ້ອງຟ້ອງທີ່ມີຫຼາຍຄົນເຂົ້າຮ່ວມຢູ່ທີ່ສຳນັກງານ. ຈຳກັດເລື່ອງພົນລະເມືອງເຕົ້າໂຮມຫຼາຍຄົນ, ຮ້ອງຟ້ອງຂ້າມຂັ້ນຂຶ້ນຂັ້ນສູນກາງໂດຍກົງ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top