• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະທູຕານຸທູດເຂົ້າຮ່ວມການຊອກຮູ້ກ່ຽວກັບວັນບຸນເຕັດປີຊວດ 2020

ເຂົ້າຮ່ວມເຫດການມີບັນດາເອກອັກຄະລັດຖະທູດ, ອຸປະທູດ ແລະ ພັນລະຍາ, ຫົວໜ້າບັນດາອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ, ກຸ່ມແມ່ຍິງປະຊາຄົມອາຊຽນ ຢູ່ຮ່າໂນ້ຍ.


 ຄະນະທູຕານຸທູດເຂົ້າຮ່ວມການຊອກຮູ້ກ່ຽວກັບວັນບຸນເຕັດປີຊວດ 2020

(ພາບ: baovanhoa.vn)


ວັນທີ 12 ມັງກອນ, ຢູ່ໂຮງງານ ຫວຽດເຊືອ, ເມືອງບາວີ່, ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບກຸ່ມແມ່ຍິງປະຊາຄົມອາຊຽນ ຢູ່ຮ່າໂນ້ຍ ຈັດລາຍການ “ຄົ້ນຫາວັດທະນະທຳພື້ນເມືອງຫວຽດນາມ ທີ່ສະຫງວນໃຫ້ຄະນະທູຕານຸທູດ - ບຸນເຕັດພ້ອມກັບ ຫວຽດເຊືອ”. ເຂົ້າຮ່ວມເຫດການມີບັນດາເອກອັກຄະລັດຖະທູດ, ອຸປະທູດ ແລະ ພັນລະຍາ, ຫົວໜ້າບັນດາອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ, ກຸ່ມແມ່ຍິງປະຊາຄົມອາຊຽນ ຢູ່ຮ່າໂນ້ຍ.

          ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳເລີ່ມຕົ້ນປີອາຊຽນ 2020, ດ້ວຍຈຸດປະສົງພົວພັນແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດ, ໂຄສະນາແນະນຳບັນດາຈຸດຄວາມງາມທີ່ເປັນມູນເຊື້ອຂອງວັດທະນະທຳຫວຽດນາມ, ບັນດາຮີດຄອງປະເພນີໃນມື້ບຸນເຕັດ, ຜະລິດຕະພັນພື້ນເມືອງ… ຜ່ານນັ້ນ, ຮັດແໜ້ນຄວາມສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດອາຊຽນ; ສ້າງຄວາມປະທັບໃຈອັນດີງາມກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ.

          ບັນດາຜູ້ແທນໄດ້ຢ້ຽມຊົມການເຄື່ອນໄຫວຕ່າງໆທີ່ເປັນເອກະລັກສະເພາະຄື: ແນະນຳກ່ຽວກັບຄວາມເປັນມາຂອງເຂົ້າຕົ້ມ, ເຂົ້າໜົມໄຢ່, ບາງຮີດຄອງປະເພນີໃນບຸນເຕັດ…

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top