• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມປະທັບໃຈໃນພິທີສະຫລຸບການເສັງປະດິດແຕ່ງບົດເພງຍ້ອງຍໍສາຍພົວພັນລາວ-ຫວຽດນາມ

      ຕອນຄ່ຳວັນທີ 30 ສິງຫາ ຢູ່ ນະຄອນຫລວງ ວຽງຈັນ ປະເທດລາວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ຈັດຕັ້ງພິທີສະຫລຸບການປະດິດແຕ່ງບົດເພງຍ້ອງຍໍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ -ຫວຽດນາມ ດ້ວຍຫົວຂໍ້ “ນ້ຳໃຈມິດຕະພາບ ລາວ -ຫວຽດນາມ, ຫວຽດນາມ -ລາວ”. 
      
ລາຍການສະແດງສິລະປະໃນງານສະຫລຸບການເສັງ
ພາບ:vietnam+
      ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວສະເຫລີມສະຫລອງ 55 ປີແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ (5/9/1962-5/9/2017) ແລະ 40 ປີແຫ່ງວັນສອງປະເທດລົງນາມໃນສົນທິສັນຍາມິດຕະພາບ ແລະການຮ່ວມມື (18/7/1977-18/7/2017). ພາຍຫລັງປຸກລະດົມມາເປັນເວລາ 6 ເດືອນ, ຄະນະຈັດຕັ້ງການເສັງໄດ້ຮັບບົດເພງເຂົ້າຮ່ວມ 100 ບົດດ້ວຍຫລາຍປະເພດ. ບົດເພງທັງໝົດລ້ວນແຕ່ສຸມໃສ່ຍ້ອງຍໍກ່ຽວກັບຄວາມສາມັກຄີ ລາວ -ຫວຽດນາມ, ກ່ຽວກັບການພົວພັນລາວ-ຫວຽດນາມ. ຜ່ານນັ້ນ ສະແດງໃຫ້ເຫັນຄວາມສາມັກຄີບໍລິສຸດຜຸດຜ່ອງຂອງສອງຊາດ, ກ່ຽວກັບຄວາມມຸ່ງມາດປາດຖະຫນາວ່າປະຊາຊົນສອງຊາດມີຄວາມສາມັກຄີດຳລົງຊີວິດຮ່ວມກັນຕະຫລອດ. ຄະນະຈັດຕັ້ງ ໄດ້ຄັດເລືອກເອົາ 17 ບົດເພງເຂົ້າຮ່ວມຮອບຊີງຊະນະເລີດ.ລາງວັນທີ 1 ມອບໃຫ້ບົດເພງທີ່ມີຊື່ວ່າ “ບ່າວລາວ, ສາວຫວຽດ” ຂອງນັກແຕ່ງ ມອນນອ້ຍ ເພັດດົງເຫັນ. ຄະນະຈັດຕັ້ງກໍ່ໄດ້ມອບລາງວັນທີ 2 ສອງລາງວັນໃຫ້ແກ່ບົດເພງ ເພື່ອນຮ່ວມອຸດົມການ ແລະ ບົດເພງ: ສາຍສຳພັນລາວ -ຫວຽດໝັ້ນຄົງ, ລາງວັນທີ 3 ສາມລາງວັນ ແລະ ລາງວັນຊົມເຊີຍ 11 ລາງວັນ.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top