• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂົນຂວາຍສະໜັບສະໜູນກໍ່ສ້າງ “ເຮືອນມະຫາສາມັກຄີບັນດາເຜົ່າ ຫວຽດນາມ” ຢູ່ເມືອງເກາະ ເຈື່ອງຊາ

      ຕອນບ່າຍວັນທີ 21 ມີນາ, ທີ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ປະຊຸມເພື່ອປຶກສາຫາລືຜັນຂະຫຍາຍການປະຕິບັດແຜນການຂອງຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ

ພາບປະກອບ/TTXVN
      ສົມທົບກັບກອງບັນຊາການເຫຼົ່າຮົບກອງທັບເຮືອຈັດຕັ້ງຄະນະຜູ້ແທນບັນດາວິສາຫະກິດ, ນັກທຸລະກິດດີເດັ່ນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທຸກຊັ້ນວັນນະໄປຢ້ຽມຢາມເມືອງເກາະ ເຈື່ອງຊາ, ເຮືອນຮ້ານເວນຍາມ DK1 ແລະ ຂົນຂວາຍສະໜັບສະໜູນເງິນເພື່ອກໍ່ສ້າງ “ເຮືອນມະຫາສາມັກຄີບັນດາເຜົ່າ ຫວຽດນາມ” ຢູ່ເມືອງເກາະ ເຈື່ອງຊາ. ແຜນການດັ່ງກ່າວ ແນໃສ່ປະກອບສ່ວນຍູ້ແຮງວຽກງານໂຄສະນາ, ຍົກສູງສະຕິຄວາມຮັບຜິດຊອບຂອງປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນທຸກຊັ້ນວັນນະກ່ຽວກັບເຂດທະເລໝູ່ເກາະສຳລັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
        ຄາດຄະເນວ່າ, ແນວໂຮມປະເທດຊາດ ຫວຽດນາມ ຈະຂົນຂວາຍການບໍລິຈາກເງິນໃຫ້ໄດ້ປະມານ 45 ຕື້ດົ່ງ ເພື່ອກໍ່ສ້າງກິດຈະກຳເຮືອນມະຫາສາມັກຄີບັນດາເຜົ່າ ຫວຽດນາມ ຢູ່ເມືອງເກາະ ເຈື່ອງຊາ.
 (ແຫຼ່ງຄັດຈາກ VOV)

ລາວ ແລະ ລັດ​ເຊ​ຍ ຈັດ​ຕັ້ງ​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ທ້າຍ​ປີ 2025

ລາວ ແລະ ລັດ​ເຊ​ຍ ຈັດ​ຕັ້ງ​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ທ້າຍ​ປີ 2025

ການຊ້ອມຮົບດັ່ງກ່າວມີຫົວຂໍ້ “ຮຽງບ່າຮຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ສະຖຽນລະພາບ” ແນໃສ່ແບ່ງປັນບົດຮຽນປະສົບການໃນການສູ້ຮົບລະຫວ່າງກຳລັງກອງທັບສອງປະເທດ.

Top