ຂ່າວສານ

ຂົນຂວາຍສະໜັບສະໜູນກໍ່ສ້າງ “ເຮືອນມະຫາສາມັກຄີບັນດາເຜົ່າ ຫວຽດນາມ” ຢູ່ເມືອງເກາະ ເຈື່ອງຊາ

      ຕອນບ່າຍວັນທີ 21 ມີນາ, ທີ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ປະຊຸມເພື່ອປຶກສາຫາລືຜັນຂະຫຍາຍການປະຕິບັດແຜນການຂອງຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ

ພາບປະກອບ/TTXVN
      ສົມທົບກັບກອງບັນຊາການເຫຼົ່າຮົບກອງທັບເຮືອຈັດຕັ້ງຄະນະຜູ້ແທນບັນດາວິສາຫະກິດ, ນັກທຸລະກິດດີເດັ່ນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທຸກຊັ້ນວັນນະໄປຢ້ຽມຢາມເມືອງເກາະ ເຈື່ອງຊາ, ເຮືອນຮ້ານເວນຍາມ DK1 ແລະ ຂົນຂວາຍສະໜັບສະໜູນເງິນເພື່ອກໍ່ສ້າງ “ເຮືອນມະຫາສາມັກຄີບັນດາເຜົ່າ ຫວຽດນາມ” ຢູ່ເມືອງເກາະ ເຈື່ອງຊາ. ແຜນການດັ່ງກ່າວ ແນໃສ່ປະກອບສ່ວນຍູ້ແຮງວຽກງານໂຄສະນາ, ຍົກສູງສະຕິຄວາມຮັບຜິດຊອບຂອງປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນທຸກຊັ້ນວັນນະກ່ຽວກັບເຂດທະເລໝູ່ເກາະສຳລັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
        ຄາດຄະເນວ່າ, ແນວໂຮມປະເທດຊາດ ຫວຽດນາມ ຈະຂົນຂວາຍການບໍລິຈາກເງິນໃຫ້ໄດ້ປະມານ 45 ຕື້ດົ່ງ ເພື່ອກໍ່ສ້າງກິດຈະກຳເຮືອນມະຫາສາມັກຄີບັນດາເຜົ່າ ຫວຽດນາມ ຢູ່ເມືອງເກາະ ເຈື່ອງຊາ.
 (ແຫຼ່ງຄັດຈາກ VOV)

top