• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາຜ່ານເຄືອຂ່າຍອິນເຕີເນັດ “ແຮງງານ, ວຽກເຮັດງານທໍາໃນສະພາບການປະຕິວັດອຸດສາຫະກໍາ 4.0”

      ໄປຄຽງຄູ່ກັບການພັດທະນາຂອງພື້ນຖານເສດຖະກິດ, ຕະຫຼາດແຮງງານຫວຽດນາມ ສືບຕໍ່່ໄດ້ຮັບການພັດທະນາຕາມທິດຫັນການຕະຫຼາດເປັນທັນສະໄໝ ແລະ ກໍານົດທິດ; ກອບກົດໝາຍ, ລະບຽບການ, ນະໂຍບາຍຕະຫຼາດແຮງງານ ໄດ້ຮັບການປັບປຸງໃຫ້ສົມບູນແບບເທື່ອລະກ້າວ
            ຕອນເຊົ້າວັນທີ 28 ທັນວາ, ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ ໄດ້ຈັດຕັ້ງການໂອ້ລົມສົນທະນາຜ່ານເຄືອຂ່າຍອິນເຕີເນັດ ດ້ວຍຫົວຂໍ້ວ່າ: “ແຮງງານ, ວຽກເຮັດງານທໍາ ໃນສະພາບການປະຕິວັດອຸດສາຫະກໍາ 4.0” ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນ ທ່ານ ເລກວາງຈູງ, ຮອງຫົວໜ້າກົມຮັບຜິດຊອບກ່ຽວກັບວຽກເຮັດງານທໍາ ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ. ທ່ານ ເລກວາງຈູງ ຖືວ່າ ໄປຄຽງຄູ່ກັບການພັດທະນາຂອງພື້ນຖານເສດຖະກິດ, ຕະຫຼາດແຮງງານຫວຽດນາມ ສືບຕໍ່່ໄດ້ຮັບການພັດທະນາຕາມທິດຫັນການຕະຫຼາດເປັນທັນສະໄໝ ແລະ ກໍານົດທິດ; ກອບກົດໝາຍ, ລະບຽບການ, ນະໂຍບາຍຕະຫຼາດແຮງງານ ໄດ້ຮັບການປັບປຸງໃຫ້ສົມບູນແບບເທື່ອລະກ້າວ. ຕະຫຼາດແຮງງານໄດ້ຮັບການປົວແປງ.
        ທ່ານເລກວາງຈູງ ຊີ້ແຈ້ງວ່າ ໄລຍະຈະມາເຖິງ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ ແລະ ກໍາລັງຈະປະຕິບັດບັນດາມາດຕະການຢ່າງຄົບຊຸດ ເປັນຕົ້ນແມ່ນ ສືບຕໍ່ປັບປຸງກົດລະບຽບການ, ນະໂຍບາຍ ກ່ຽວກັບແຮງງານ, ວຽກເຮັດງານທໍາ, ເງິນເດືອນ, ປະກັນສັງຄົມ ໃຫ້ສົມບູນແບບ.
        ແລະກໍໃນການໂອ້ລົມສົນທະນາ, ທ່ານເລກວາງຈູງ ຍັງຕອບຄໍາຖາມທີ່ກ່ຽວຂ້ອງເຖິງມາດຕະການເພີ່ມທະວີວຽກງານຄຸ້ມຄອງແຮງງານຕ່າງປະເທດຢູ່ຫວຽດນາມ; ປະຕິຮູບນະໂຍບາຍປະກັນສັງຄົມ.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top