• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງຂັ້ນຕາແສງຢູ່ກຳປູເຈຍ: ຄະນະກຳມະການເລືອກຕັ້ງຢັ້ງຢືນພັກ CPP ໄດ້ຮັບໄຊຊະນະ

      ວັນທີ 05 ມິຖຸນາ, ຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍ (NEC) ໄດ້ແຈ້ງໝາກຜົນການເລືອກຕັ້ງໃນເບື້ອງຕົ້ນຢູ່ກວ່າ 1.640 ຕາແສງ, ພາຍຫຼັງການເລືອກຕັ້ງໄດ້ດຳເນີນກ່ອນໜ້ານັ້ນ 1 ວັນ. ພັກປະຊາຊົນກຳປູເຈຍ (CPP) ກຳອຳນາດພວມນຳໜ້າ, ພັກຝ່າຍຄ້ານ CNRP ຢືນອັນດັບທີ 2.

ຄະນະກຳມະການເລືອກຕັ້ງຢັ້ງຢືນພັກ CPP ໄດ້ຮັບໄຊຊະນະ
(ພາບປະກອບ: EPA/TTXVN)
      ຜ່ານ Facebook ສ່ວນຕົວຂອງຕົນ, ປະທານ ພັກ CPP, ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ແລະ ທ່ານປະທານພັກ CNRP Kem Soha ໄດ້ຂອບໃຈຜູ້ມີສິດເລືອກຕັ້ງທີ່ໄດ້ເຂົ້າຮ່ວມການປ່ອນບັດໃນຄັ້ງນີ້. ຕາມບັນດາອົງການຕິດຕາມກາມເລືອກຢູ່ພາຍໃນ ແລະ ຕ່າງປະເທດ, ການເລືອກຕັ້ງຖືກດຳເນີນໄປດ້ວຍດີ, ມີຄວາມປອດໄພ ແລະ ບໍ່ເກີດການໃຊ້ຄວາມຮຸນແຮງ.
        ພາຍຫຼັງໝາກຜົນໃນເບື້ອງຕົ້ນໄດ້ຕິດປະກາດຢູ່ບັນດາສຳນັກງານຄະນະກຳມະການເລືອກຕັ້ງຂັ້ນຕາແສງເພື່ອໃຫ້ບັນດາພັກເຂົ້າຮ່ວມການຫາສຽງເລືອກຕັ້ງດຳເນີນການກວດກາ, ສົມທຽບ ແລະ ຮ້ອງທຸກຖ້າມີບັນຫາ. ຄາດວ່າ, ວັນທີ 25 ມິຖຸນາ, NEC ຈະປະກາດໝາກຜົນຢ່າງເປັນທາງການ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top