• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາສັນຍາ RCEP ຄັ້ງຕໍ່ໄປ ຈະຈັດຂຶ້ນຢູ່ຫວຽດນາມ

ນັບແຕ່ວັນທີ 19 – 27 ກັນຍາ 2019, ຫວຽດນາມ ຈະເປັນປະທາດເຈົ້າພາບຈັດຕັ້ງ ກອງປະຊຸມເຈລະຈາສັນຍາ RCEP ຄັ້ງທີ 28 ຢູ່ ນະຄອນ ດ່າໜັງ. 

ທ່ານ ຈຸຣິນ ລັກສະນະວິຊີດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ໄທ  (ພາບ: Thai PBS World)

ວັນທີ 10 ກັນຍາ, ກ່າວຄໍາເຫັນທີ່ພິທີປິດກອງປະຊຸມລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄັ້ງທີ 51 ເຊິ່ງຈັດຂຶ້ນຢູ່ບາງກອກ, ປະເທດໄທ, ທ່ານ ຈຸຣິນ ລັກສະນະວິຊີດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ໄທ ສະແດງຄວາມເຊື່ອໝັ້ນວ່າ ບັນດາຄວາມບໍ່ລົງລອຍກັນກ່ຽວກັບການເປີດປະຕູຕະຫຼາດສໍາລັບສິນຄ້າ, ການບໍລິການ, ການລົງທຶນ ຈາກພາຍນອກ ອາຊຽນ ນັ້ນ ຈະໄດ້ຮັບການແກ້ໄຂ ແລະ ສໍາເລັດການເຈລະຈາສັນຍາວ່າດ້ວຍຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2019. ທ່ານ ຈຸຣິນ ລັກສະນະວິຊີດ ໃຫ້ຮູ້ວ່າ ໃນກອງປະຊຸມລະຫວ່າງ ອາຊຽນ - ອິນເດຍ, ອິນເດຍ ໄດ້ຢັ້ງຢືນຄໍາໝັ້ນສັນຍາວ່າ ພ້ອມແລ້ວທີ່ຈະສໍາເລັດການເຈລະຈາສັນຍາ RCEP ໃນປີ 2019.

        ນັບແຕ່ວັນທີ 19 – 27 ກັນຍາ 2019, ຫວຽດນາມ ຈະເປັນປະທາດເຈົ້າພາບຈັດຕັ້ງ ກອງປະຊຸມເຈລະຈາສັນຍາ RCEP ຄັ້ງທີ 28 ຢູ່ ນະຄອນ ດ່າໜັງ. ນີ້ໄດ້ຮັບຖືວ່າ ແມ່ນການເຈລະຈາວາລະສຸດທ້າຍ ກ່ອນທີ່ຈະດໍາເນີນກອງປະຊຸມສຸດຍອດ ອາຊຽນ ໃນທ້າຍປີ 2019 ນີ້.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top