• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາຍຸດທະສາດ ແລະ ການປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ -ລັດເຊຍ

      ວັນທີ 14 ມິຖຸນາ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ພ້ອມກັບທ່ານ I.Morgulov, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ເປັນປະທານການເຈລະຈາຍຸດທະສາດການຕ່າງປະເທດ - ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຄັ້ງທີ 9 ແລະ ການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ລັດເຊຍ, ຢູ່ຮ່າໂນ້ຍ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ - ຫວຽດນາມ
      2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບໂດຍຖືວ່າ ໃນສະພາບການຜັນແປໄປຢ່າງສັບສົນ, 2 ຝ່າຍຄວນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ ສປຊ, ໃນຂອບເຂດການຮ່ວມມື ອາຊຽນ - ລັດເຊຍ, ກໍ່ຄືໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນອາຊີ - ປາຊີຟີກ ແລະ ໃນໂລກ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ I.Morgulov ເນັ້ນໜັກວ່າ:
        “ສະພາບການໂລກໃນປະຈຸບັນມີການປ່ຽນແປງຢ່າງວ່ອງໄວ, ເລື່ອງບັນດາຄູ່ຮ່ວມມືຍຸດທະສາດຄືພວກເຮ     ົາໄດ້ແລກປ່ຽນບັນຫາຮີບດ່ວນ ແລະ ຈຳເປັນທີ່ສຸດ. ເຈລະຈາການເມືອງເປັນປະຈຳຢູ່ບັນດາຂັ້ນຕ່າງກັນອະນາຍາດໃຫ້ພວກເຮົາແກ້ໄຂບັນຫາເກີດຂຶ້ນ ແລະ ແລກປ່ຽນຄຳຄິດຄຳເຫັນເປັນປະຈຳບົນຈິດໃຈການຮ່ວມມືມິດຕະພາບທີ່ມີຢູ່ແລ້ວ.”
        2 ຝ່າຍເປັນເອກະພາບຕັດສິນໃຈຮັກສາ ແລະ ຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດ, ພິເສດແມ່ນເສດຖະກິດ - ການຄ້າ, ສູ້ຊົນຍົກວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 10 ຕື້ USD ໃນປີ 2020. 2 ຝ່າຍເຫັນດີສົມທົບກັນກະກຽມການຢ້ຽມຢາມ ສະຫະພັນລັດເຊຍຢ່າງເປັນທາງການ ຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເປັນຢ່າງດີ ແລະ ບັນດາການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງອື່ນໆໃນປີ 2017, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ 2 ປະເທດເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືຢ່າງສຸດຂີດ. 2 ຝ່າຍກໍ່ຢືນຢັນສະໜັບສະໜູນແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ຖືວ່າ ບັນດາປະເທດສະມາຊິກຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ຄວນເຄົາລົບ ແລະ ປະຕິບັດບັນດາພັນທະຂອງຕົນຕາມສົນທິສັນຍາໃຫ້ຄົບຖ້ວນ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຮ່ວມມື ດ້ານປ້ອງກັນປະເທດ

ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຮ່ວມມື ດ້ານປ້ອງກັນປະເທດ

ກອງທັບປະຊາຊົນແຫ່ງຊາດ ອານເຊຣີ ຖືເປັນສຳຄັນຕໍ່ການປັບປຸງພື້ນຖານຮ່ວມມືດ້ານການທະຫານ ກັບກອງທັບປະຊາຊົນ ຫວຽດນາມ ໃນຫຼາຍຂົງເຂດ

Top