• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວອວຍພອນວັນບຸນຄຼິດສະມາດປີ 2017

      ເນື່ອງໃນໂອກາດວັນບຸນຄຼິດສະມາດ, ວັນທີ 22 ທັນວາ, ຄະນະການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເຈີນແທງເຫມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນຫົວຫນ້າຄະນະ ໄດ້ລົງຢ້ຽມຢາມ, ອວຍພອນບາງຮາກຖານສາສະຫນາຢູ່ ນະຄອນ ໂຮ່ຈິມີນ. 

ທ່ານ ເຈີນແທງເຫມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ອວຍພອນວັນບຸນຄຼິດສະມາດ
      ທີ່ສຳນັກງານສັງຄະນາຍົກເຂດຊາວຄຼິດ ນະຄອນ ໂຮ່ຈີມີນ, ທ່ານ ເຈີນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ  ຕາງຫນ້າໃຫ້ການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ຕີລາຄາສູງການປະກອບສ່ວນສຳຄັນຂອງ ສັງຄະນາຍົກເຂດຊາວຄຼິດ ນະຄອນໂຮ່ຈິມີນ ບຸ່ຍວັນງອກ ແລະ ປະຊາຊົນຊາວຄຼິດ ໃນການເຂົ້າຮ່ວມປະຕິບັດບັນດາຄາດໝາຍພັດທະນາເສດຖະກິດສັງຄົມຂອງປະເທດຊາດ.
      ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຕິບັດງານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ອວຍພອນວັນບຸນຄຼິດສະມາດ ພະຄາດີນັນ ຟ້າມມີງເໝີນ ອະດີດສັງຄະນາຍົກເຂດຊາວຄຼິດ ນະຄອນໂຮ່ຈິມີນ ແລະ ສະຫະພັນໃຫຍ່ສະມາຄົມສາສະຫນາໂປແຕດສະຕັງ ຫວຽດນາມ. 
ແຫຼ່ງຄັດຈາກ VOV

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ: ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຕ້ອງ​ແມ່ນ​ອາ​ຍຸ​ການ​ຂອງ​ການ​ສ້າງສາ​ລະ​ບອບ​ລະ​ບຽບ​ການ​ພັດ​ທະ​ນາ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ: ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຕ້ອງ​ແມ່ນ​ອາ​ຍຸ​ການ​ຂອງ​ການ​ສ້າງສາ​ລະ​ບອບ​ລະ​ບຽບ​ການ​ພັດ​ທະ​ນາ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຊື່ອ​ໝັ້ນ​ວ່າ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່, ຄວາມ​ຮັບ​ຜິດ​ຊອບຢ່າງ​ສູງ​ຂອງ​ບັນ​ດາ​ອົງ​ການ, ສຳ​ນັກ​ງານ​ຈະ​ປະ​ກອບ​ສ່ວນ​ສ້າງ​​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ແມ່ນ​ອາ​ຍຸ​ການ​ຂອງ​ການ​ສ້າງ​​ລະ​ບອບ​ລະ​ບຽບ​ການ​ພັດ​ທະ​ນາ.

Top