• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບວາງອອກຄາດໝາຍບັນລຸ 33,5 ຕື້ USD ໃນປີ 2018

      ປີ 2017, ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບບັນລຸລະດັບເຕີບໂຕ 2 ຕົວເລກ ດ້ວຍມູນຄ່າ 31 ຕື້ USD.

(ພາບປະກອບ: KT)
      ອາເມລິກາ ຍັງແມ່ນຕະຫຼາດສົ່ງອອກແຖວໜ້າຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ ດ້ວຍຍອດວົງເງິນສົ່ງອອກບັນລຸ 12,53 ຕື້ USD. ບັນດາຕະຫຼາດສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນອື່ນໆແມ່ນ ສະຫະພາບເອີລົບ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກໍ່ບັນລຸໄດ້ບັນດາຜົນງານຢ່າງຕັ້ງໜ້າ. ທ່ານ ວູດຶກຢາງ, ປະທານສະມາຄົມເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ, ໃຫ້ຮູ້ວ່າ.
        “ການຜະລິດຕ້ອງໄປຄຽງຄູ່ກັບການພັດທະນາເຕັກໂນໄລຊີ, ໄປຄຽງຄູ່ກັບການພັດທະນາເຄື່ອງໝາຍການຄ້າ, ໄປຄຽງຄູ່ກັບການນຳເຄື່ອງໝາຍການຄ້າອອກສູ່ໂລກ. ພວກເຮົາຕ້ອງເປັນເຈົ້າການດ້ານເຕັກໂນໂລຊີພັດທະນາຢ່າງທັນສະໄໝ, ເຕັກໂນໂລຊີ 4.0. ການກຳນົດທິດແມ່ນຈະແຈ້ງແລ້ວ ແລະ ສ້າງກຳລັງໜູນໂດຍມີການປົກປ້ອງຂອງລັດກ່ຽວກັບດ້ານນະໂຍບາຍ, ກົນໄກເປັນປົກກະຕິ ເພື່ອໃຫ້ບັນດາວິສາຫະກິດມີຄວາມອຸ່ນອ່ຽນໃຈລົງທຶນ, ພັດທະນາຂະແໜງອຸດສາຫະກຳ ເພື່ອຮັບປະກັນສ້າງຄວາມໝັ້ນຄົງໃນອະນາຄົດ”.
        ປີ 2018, ຂະແໜງຕ່ຳແຜ່ນຕັດຫຍິບໄດ້ວາງອອກຄາດໝາຍການສົ່ງອອກໃຫ້ບັນລຸ 33,5 ຕື້ USD.
 (ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top