• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກສິນຄ້າຂອງຫວຽດນາມໄປຍັງບັນດາຕະຫຼາດໄດ້ເພີ່ມຂຶ້ນຢ່າງແຮງ

      ໃນໄລຍະ 5 ເດືອນຜ່ານມາ, ຫວຽດນາມ ໄດ້ສົ່ງອອກຫຼັກກ້າເກືອບ 5 ລ້ານໂຕນ ບັນລຸມູນຄ່າ 3,557 ຕື້ USD
 
      
(ພາບປະກອບ: baophapluat.vn)
      ຕາມຕົວເລກຂອງກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່າ, ໃນໄລຍະ 5 ເດືອນຜ່ານມາ, ຫວຽດນາມ ໄດ້ສົ່ງອອກຫຼັກກ້າເກືອບ 5 ລ້ານໂຕນ ບັນລຸມູນຄ່າ 3,557 ຕື້ USD, ເພີ່ມຂຶ້ນ 62,2% ທາງດ້ານຈຳນວນ ແລະ ເພີ່ມຂຶ້ນ 113,3% ກ່ຽວກັບມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສະຫະພາບເອີລົບ, ຈີນ, ກຳປູເຈຍ, ມາເລເຊຍ ແລະ ເມກຊີໂກ ແມ່ນ 5 ຕະຫຼາດໃຫຍ່ນຳເຂົ້າຫຼັກກ້າຂອງຫວຽດນາມ ດ້ວຍລະດັບສູງບັນລຸສະຖິຕິ.
        ສ່ວນສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ ໃຫ້ຮູ້ວ່າ, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ການສົ່ງອອກຜະລິດຕະພັນສິນໃນນ້ຳຂອງຫວຽດນາມ ໃນໄລຍະ 5 ເດືອນຜ່ານມາລ້ວນແຕ່ໄດ້ເພີ່ມຂຶ້ນ. ສະເພາະມູນຄ່າຜະລິດຕະພັນຈາກປາມຶກ, ປາມຶກຍັກ ບັນລຸ 216 ລ້ານ USD, ເພີ່ມຂຶ້ນ 13%; ປະສິນໃນນ້ຳ2 ເປືອກບໍ່ມີກະດູກສັນຫຼັງບັນລຸ 48 ລ້ານ USD ເພີ່ມຂຶ້ນ 44%.
(ແຫຼ່ງຄັດຈາກ VOV)
 

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV

ກອ​ງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິ​ດ ຫວຽດ​ນາມ ຊຸດ​ທີ XIV ຖືກ​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 24 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​ການ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 5 ວັນ (ແຕ່​ວັນ​ທີ 20 – 24 ກໍ​ລະ​ກົດ). ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມ​ດ້ວຍ​ບັນ​ດາ​ເນື້ອ​ໃນ​ຊີ້​ນຳ​ທີ່​ສຳ​ຄັນ.

Top