• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການວາງແຜນກຳນົດສັງລວມເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງພັດທະນາແບບຍືນຍົງ

      ທີ່ກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບການວາງແຜນກຳນົດສັງລວມແລະ ພັດທະນາພື້ນຖານໂຄງລ່າງໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໂດຍກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບຈັດຕັ້ງໃນວັນທີ 26 ກັນຍາ ຢູ່ ນະຄອນ ເກີເທີ,

ທ່ານຫງວຽນຈິຢູງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ
      ບັນດານັກຄຸ້ມຄອງ, ນັກວິທະຍາສາດ ໄດ້ປະກອບຫລາຍຄຳເຫັນຢ່າງສຸດຈິດສຸດໃຈ, ຍົກອອກຫລາຍມາດຕະການລະອຽດກ່ຽວກັບບັນຫາຫັນປ່ຽນຮູບແບບພັດທະນາເສດຖະກິດສັງຄົມ, ຊົນລະປະທານ, ການຄຸ້ມຄອງແຫລ່ງນ້ຳ, ພັດທະນາກະສິກຳແບບຍືນຍົງ. ມີຜູ້ແທນຫລາຍທ່ານຖືວ່າ ເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງ ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນບັນຫາທຳອິດ ແລະ ສຳຄັນທີ່ສຸດ ແລະ ກໍ່ແມ່ນປະຖົມປັດໄຈໃຫ້ແກ່ທຸກມາດຕະການຕໍ່ໄປ ນັ້ນແມ່ນຕ້ອງສ້າງແຜນກຳນົດສັງລວມຢ່າງວ່ອງໄວ. ທ່ານ ຫງວຽນຈີຢູງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເນັ້ນຫນັກວ່າ:
      “ຕ້ອງອີງໃສ່ການຄົ້ນຄ້ວາສັງລວມ, ຕ້ອງຈັດສັນຄືນໃຫມ່ຢ່າງມີວິທະຍາສາດທີ່ສຸດ, ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດຢູ່ແຕ່ລະເຂດ, ພາກ ແລະ ເໝາະສົມກັບເງື່ອນໄຂການຜະລິດ ແລະ ລະດັບການຜະລິດ, ວັດທະນະທຳ, ຄວາມຊີນເຄີຍ, ຮີດຄອງປະເພນີຂອງແຕ່ລະເຂດ, ພາກ, ແຕ່ລະທ້ອງຖິ່ນ.”
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top