• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມຫວຽດນາມຂອງເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນ

ເຈົ້າ​ຈັກ​ກະ​ພັດ Akihito  ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນ
      ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ເຈົ້າ​ຈັກ​ກະ​ພັດ Akihito  ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນ ໄດ້​ເລີ່ມ​ຂຶ້ນ​ນັບ​ແຕ່​ວັນ​ທີ 28/2. ເນື່ອງ​ໃນ​ໂອ​ກາດນີ້, ນັກ​ຂ່າວ​ຂ່າວ​ສານ​ຫວຽດ​ນາມ​ປະ​ຈຳ​ຍ​ີ​ປຸ່ນ ໄດ້​ສຳ​ພາດ​ທ່ານ Hatsuhisa Takashima ເລ​ຂາ​ການ​ຂ່າ​ວ​ຂອງ​ເຈົ້າ​ຈັກ​ກະ​ພັດຍີ​ປຸ່ນ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ທີ່​ມີ​ຕໍ່​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອລະ​ຫວ່າງ​ຫວຽດ​ນາມ-ຍີ​ປຸ່ນ. ​ທ່ານ Hatsuhisa Takashima ຕີ​ລາ​ຄາ​ການ​ຢ້ຽມ​ຢາມ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ເຈົ້າ​ຈັກ​ກະ​ພັດ Akihito  ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ການ​ພົວ​ພັນ 2 ຝ່າຍ. ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບການ​ພົວ​ພັນ​​ລະ​ຫວ່າງ 2 ປະ​ເທດໃນ​ປະ​ຈຸ​ບັນ, ທ່ານ Hatsuhisa Takashima ເລ​ຂາ​ການ​ຂ່າ​ວ​ຂອງ​ເຈົ້າ​ຈັກ​ກະ​ພັດຍີ​ປຸ່ນຖື​ວ່າ 2 ປະ​ເທດ​ພວມ​ດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຍິ່ງ​ກ່​ວາ​ອີກ. ທ່ານ Hatsuhisa Takashima ເນັ້ນ​ໜັກ​ວ່າ  ​ເຈົ້າ​ຈັກ​ກະ​ພັດຍີ​ປຸ່ນແມ່ນ​ສັນ​ຍາ​ລັກ​ຂອງ​ປະ​ເທດ​ຍີ​ປຸ່ນ, ເພ​າະ​ສະ​ນັ້ນ, ເລື່ອງ​ເປັນ​ຄັ້ງ​ທຳ​ອິດ​ທີ່ ເຈົ້າ​ຈັກ​ກະ​ພັດ Akihito  ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຈະ​ແມ່ນ​ເຫດ​ການ​ທີ່​ສຳ​ຄັນ​ຍິ່ງ​ຄັ້ງ​ປະ​ຫວັດ​ສາດ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top