• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມສະຫະພັນສະວິດ, ສະຫະພັນລັດເຊຍ ຢ່າງເປັນທາງການຂອງປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດລົງຢ່າງຈົບງາມ

2 ຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍ.
ການນຳ 2 ປະເທດ ຫວຽດນາມ - ສະຫະພັນ ສະວິດ. (ພາບ: TTXVN)

ການຢ້ຽມຢາມສະຫະພັນສະວິດ, ສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສິ້ນສຸດລົງຢ່າງຈົບງາມ. ນັ້ນແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບການເດີນທາງໄປຢ້ຽມຢາມ 2 ປະເທດດັ່ງກ່າວ.

        ກ່ຽວກັບການຢ້ຽມຢາມສະຫະພັນ ສະວິດ (ໃນລະຫວ່າງວັນທີ 25 -29 ພະຈິກ) ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານຮອງລັດຖະມົນຕີ ໂຕແອັງຢຸງ ໃຫ້ຮູ້ວ່າ, 2 ຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍ; ພ້ອມທັງແບ່ງປັນວິໄສທັດກ່ຽວກັບບັນຫາຍຸດທະສາດພາກພື້ນ ແລະ ທົ່ວໂລກ, ໃນນັ້ນມີຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອຢູ່ທະເລຕາເວັນອອກ ເໝາະສົມກັບກົດໝາຍສາກົນ. ສະວິດ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດບຸລິມະສິດ, ສວມບົດບາດສຳຄັນໃນລະບົບສະໜອງ, ຜະລິດຢູ່ພາກພື້ນ ແລະ ໃນໂລກ.

        ກ່ຽວກັບໝາກຜົນການຢ້ຽມຢາມສະຫະພັນ ລັດເຊຍ (ໃນລະຫວ່າງວັນທີ 29 ພະຈິກ - 02 ທັນວາ) ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຕແອັງຢຸງ ຊີ້ແຈ້ງວ່າ, 2 ຝ່າຍໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ຮອດປີ 2030. ສິ່ງດັ່ງກ່າວມີຄວາມໝາຍຍຸດທະສາດສຳຄັນ, ຕອບສະໜອງຜົນປະໂຫຍດຍາວນານຂອງ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນລວມຢູ່ໃນໂລກ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top