• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນສາມັກຄີ,ມິດຕະພາບຫວຽດນາມ-ລາວນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ

      ການພົວພັນສາມັກຄີ, ມິດຕະພາບ ຫວຽດນາມ-ລາວ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ. ນີ້ແມ່ນຂໍ້ສັງເກດຂອງບັນດານັກຮຽນຮູ້, ນັກຄົ້ນຄ້ວາທີ່ຍົກອອກມາ

ກອງປະຊຸມສຳມະນາ ໄດ້ຮັບການຈັດຕັ້ງຢູ່ ເຊີນລາ
(ພາບ: ສຳນັກຂ່າວສານ ຫວຽດນາມ)
      ທີ່ກອງປະຊຸມສຳມະນາແຫ່ງຊາດ ສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962-5/9/2017) ແລະ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ ລາວ (18/7/1977-18/7/2017), ເຊິ່ງຈັດຕັ້ງຢູ່ແຂວງ ເຊີນລາ, ໃນວັນທີ 10/6.
        ທີ່ກອງປະຊຸມສຳມະນາ, ນັກຮຽນຮູ້, ນັກຄົ້ນຄ້ວາເກືອບ 60 ຄົນ ໄດ້ສຸມໃສ່ເຮັດແຈ້ງສາຍພົວພັນແບບພິເສດ ຫວຽດນາມ - ລາວ. ຕາມບັນດານັກຄົ້ນຄ້ວາ, ໂດຍເລີ່ມມາຈາກສະພາບປະຫວັດສາດ ແລະ ບັນດາເງື່ອນໄຂທຳມະຊາດ, ຫວຽດນາມ ແລະ ລາວ ໄດ້ສ້າງສາຍພົວພັນທີ່ເປັນມູນເຊື້ອ, ສະໜິດຕິດພັນ ແລະ ໄວ້ເນື້ອເຊື່ອໃຈ. ທ່ານຮອງສາສະດາຈານ, ປະລິຍາເອກ ຫງວຽນວັນລິກ (ສະຖາບັນການທູດ), ຖືວ່າ ສາຍພົວພັນລະຫວ່າງສອງປະເທດບໍ່ພຽງແຕ່ອິງໃສ່ບັນດາສົນທິສັນຍາມິດຕະພາບເທົ່ານັ້ນ ເຊິ່ງຍັງສະແດງອອກຜ່ານການແລກປ່ຽນການຢ້ຽມຢາມຂັ້ນສູງ ແລະ ລະຫວ່າງບັນດາຂະແໜງການ, ທ້ອງຖີ່ນນຳກັນ. ຍັງມີຂົງເຂດໜຶ່ງອີກກໍ່ສະແດງໃຫ້ເຫັນຄວາມສາມັກຄີ, ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວຢ່າງຈະແຈ້ງ, ນັ້ນແມ່ນ ການສຶກສາ - ກໍ່ສ້າງ. ສາສະດາຈານ, ປະລິຍາເອກ ໂດແທງບິ່ງ (ພະແນກປະຫວັດສາດ, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ), ໃຫ້ຂໍ້ສັງເກດວ່າ, ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງສອງພັກ, ສອງລັດ ກ່ຽວກັບການຮ່ວມມືດ້ານການສຶກສາ ໄດ້ເປັນຢາງຕິດພັນສອງຊາດນຳກັນ, ທັງເປັນກົກເຄົ້າປະກອບສ່ວນເຮັດໃຫ້ການປະຕິວັດຂອງສອງປະເທດໄດ້ຮັບໄຊຊະນະ. ຄຽງຂ້າງບັນດາຜົນງານຢ່າງຕັ້ງໜ້າ, ບັນດານັກຄົ້ນຄ້ວາຖືວ່າ, ໃນຊຸມປີຕໍ່ໄປ, ສອງປະເທດຄວນເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີສາກົນ ແລະ ພາກພື້ນ; ສົມທົບກັນຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳຢຸ່ແມ່ນ້ຳຂອງຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top