• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຜັນແປຂອງໂລກລະບາດໂຄວິດ - 19 ໃນໂລກ

      ໄລ່ຮອດເວລາ 9 ໂມງເຊົ້າຂອງວັນທີ 21 ມິຖຸນາ (ຕາມເວລາຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 8.914.787 ກໍລະນີ ແລະ 466.718 ກໍລະນີ ເສຍຊີວິດ ຍ້ອນເຊື້ອໄວຣັດດັ່ງກ່າວ.

(ພາບປະກອບ: AFP/TTXVN)
      ທະວີບ ອາເມລິກາ ສືບຕໍ່ແມ່ນຈຸດໃຈກາງຂອງໂລກລະບາດໃນໂລກ. ຢູ່ພາກພື້ນ ອາເມລິກາ ລາຕິນ ແລະ Caribe, ຈຳນວນຜູ້ຕິດເຊື້ອໃນພາກພື້ນນີ້ ໄລ່ຮອດວັນທີ 20 ມິຖຸນາ ໄດ້ລື່ນກາຍ 2 ລ້ານຄົນ, ຂຶ້ນເຖິງ 2.007.621 ກໍລະນີ. ໃນນັ້ນ, ບຣາຊີນ ໄດ້ກວມເຖິງເຄິ່ງໜຶ່ງ. ບຣາຊີນ ແມ່ນປະເທດໃຫຍ່ກວ່າໝູ່ຢູ່ ອາເມລິກາ ລາຕິນ, ຖັດຈາກ ອາເມລິກາ ເທົ່ານັ້ນ ກ່ຽວກັບຈຳນວນຜູ້ຕິດເຊື້ອ 1.067.579 ກໍລະນີ.  ເມັກຊີໂກ ແມ່ນປະເທດ ຮັບຜົນສະທ້ອນຢ່າງໜັກອັນດັບທີ 2 ໃນພາກພື້ນ ກ່ຽວກັບຈຳນວນຜູ້ເສຍຊີວິດດ້ວຍ 20.781 ຄົນເສຍຊີວິດ ແລະ 175.202 ກໍລະນີຕິດເຊື້ອ.
        ມາຮອດປັດຈຸບັນ, ອາເມລິກາ ໄດ້ຢັ້ງຢືນມີ 2.330.578 ກໍລະນີຕິດເຊື້ອ ແລະ 121.980 ກໍລະນີເສຍຊີວິດ.
            ສ່ວນຢູ່ທະວີບເອີຣົບ, ສະພາບການໂລກລະບາດໂຄວິດ - 19 ຢູ່ເຢຍລະມັນມີການຜັນແປທີ່ຊົ່ວຮ້າຍລົງ, ພາຍຫຼັງອຳນາດການປົກຄອງທ້ອງຖິ່ນໄດ້ກວດພົບມີບາງເຂດເກີດໂລກລະບາດໃໝ່ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ - 19 ຂຶ້ນເຖິງນັບພັນຄົນ ຢູ່ລັດ North Rhine-Westfalen.
        ຢູ່ຕາເວັນອອກກາງ, ກະຊວງສາທາລະນະສຸກ ອີຣັກ ໄດ້ຢັ້ງຢືນເມື່ອວັນທີ 20 ມິຖຸຸນາ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 1.870 ກໍລະນີ ເຊິ່ງແມ່ນລະດັບສູງສຸດໃນມື້ ນັບຕັ້ງແຕ່ໂລກລະບາດເກີດຂຶ້ນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຂຶ້ນເຖິງ 29.222 ກໍລະນີ.
        ຢູ່ອາຟະລິກາ, ຈຳນວນຜູ້ຕິດເຊື້ອຢູ່ Ethiopia ໄດ້ເພີ່ມຈາກ 399 ກໍລະນີ ຂຶ້ນເປັນ 4.469 ກໍລະນີ. ນີ້ແມ່ນຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນມື້ຂອງປະເທດຢູ່ອາຟະລິການີ້.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top