• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ, ສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະຜູ້ແທນປະເທດຕ່າງໆທີ່ໄດ້ມາຮ່ວມພິທີສົບທ່ານເຈີນດ້າຍກວາງ

ຕອນເຊົ້າວັນທີ 26 ກັນຍາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດລາວໂດຍທ່ານຮອງປະທານປະເທດລາວ ພັນຄຳ ວິພາວັນ ນຳໜ້າມາຮ່ວມພິທີສົບທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ແລະ ທ່ານຮອງປະທານປະເທດລາວ ພັນຄຳ ວິພາວັນ 

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຂອບໃຈຕໍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວລາວສ້າງຊາດທີ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ມໍລະນະກຳຂອງທ່ານປະທານປະເທດເຈີນດ້າຍກວາງ, ພິເສດລາວໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງໂດຍ ທ່ານຮອງປະທານປະເທດລາວ ພັນຄຳ ວິພາວັນ ນຳໜ້າມາຮ່ວມພິທີສົບ. ຫວຽດນາມໄດ້ຕີລາຄາສູງເລື່ອງລາວໄດ້ໄວ້ທຸກລະດັບຊາດ 2 ວັນ, ຊຶ່ງສະແດງໃຫ້ເຫັນສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2     ປະເທດ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບພັກ, ລັດ ແລະ ປະຊາຊົນລາວເພື່ອຮັກສາ ແລະ ເສີມສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ-ລາວໃຫ້ນັບມື້ນັບດີຍິ່ງໆຂຶ້ນ.

    ແລະ ກໍໃນຕອນບ່າຍວັນດຽວກັນ, ທ່ານນາງ ດັ້ງທິງອກທິ້ງ, ຜູ້ຮັກສາການປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາສູງ ເບລາຣຸດ Myasnikovich ທີ່ມາຮ່ວມພິທີສົບທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ.

        ສ່ວນໃນຕອນບ່າຍວັນທີ 26 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາ ດູມາແຫ່ງຊາດລັດເຊຍ Epifanova ທີ່ມາຮ່ວມພິທີສົບທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ.

(​ແຫຼ່ງຄັດ​ຈາກ VOV)


ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top