• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດຖະບານຫວຽດນາມ ເຂົ້າສຸສານອາໄລຫາ ປະທານ ໂຮ່ຈິມີນ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈິມີນ (19/05/1890-19/05/2017), ຕອນເຊົ້າວັນທີ 18 ພຶດສະພາ, ຄະນະຜູ້ແທນການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ເຂົ້າສຸສານອາໄລຫາ ປະທານ ໂຮ່ຈິມີນ ແລະ ຖະຫວາຍທູບທຽນອາໄລຫາ ບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ. 
ພາບປະກອບ
      ຄະນະຜູ້ແທນລວມມີ ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ເລຂາຟຽວ ອະດິີດເລຂາທິການໃຫຍ່, ທ່ານ ນົງດຶກແມ້ງ ອະດິີດເລຂາທິການໃຫຍ່, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ; ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ, ທ່ານ ຫງວຽນວັນອານ ອະດີດປະທານສະພາແຫ່ງຊາດ, ທ່ານ ຫງວຽນຊິງຮຸງ ອະດີດປະທານສະພາແຫ່ງຊາດ; ທ່ານ ຫງວຽນທຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນໂຮ່ຈິມີນ, ທ່ານ ຟາມເທ໋ຢວຽດ ອະດີດ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. ບັນດາກຳມະການກົມການເມືອງ, ອະດີດກຳມະການກົມການເມືອງ, ກຳມະການສູນກາງພັກ, ການນຳບັນດາກະຊວງ, ຂະແໜງການ.
      ໃນວັນດຽວກັນ, ທ່ານ ເຈີນດ້າຍກວາງ ປະທານປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນໄປຖະຫວາຍທູບ, ທຽນ, ດອກໄມ້ອາໄລຫາ ປະທານໂຮ່ຈິມີນ ຢູ່ພິພິຕະພັນໂຮ່ຈິມີນ-ສາຂານະຄອນໂຮ່ຈິມີນ ແລະ ອະນຸສາວະລີປະທານໂຮ່ຈິມີນ ຢູ່ສວນສາທາລະນະອະນຸສາວະລີປະທານໂຮ່ຈິມີນ.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top