• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງສາທາລະນະສຸກຈັດກອງປະຊຸມຕັດສິນໃຈທົດລອງວັກຊິນກັນໂຄວິດ-19

      ກະຊວງສາທາລະນະສຸກ ຫວຽດນາມ ຄາດຄະເນວ່າ ຈະສົມທົບກັບ 3 ປະເທດ ບັງກະລາເທດ, ອິນເດຍ ແລະ ອິນໂດເນເຊຍ ເພື່ອທົດລອງໄລຍະ 3 ຂອງວັກຊິນດັ່ງກ່າວ ຍ້ອນວ່າແມ່ນບັນດາປະເທດມີໂລກລະບາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງໃນຊຸມຊົນ.

(ພາບປະກອບ)
      ວັນທີ 09 ທັນວາ, ສະພາຄຸນສົມບັດການແພດຂອງກະຊວງສາທາລະນະສຸກຫວຽດນາມ ຈະຈັດກອງປະຊຸມຄັ້ງສຸດທ້າຍ ເພື່ອພິຈາລະນາ, ອະນຸມັດຜ່ານການທົດລອງວັກຊິນກັນໂຄວິດ-19 ໃສ່ຄົນ ຢູ່ຫວຽດນາມ ໃນວັນທີ  17 ທັນວາ ຈະມາເຖິງ. ວັກຊິນກັນໂຄວິດ-19 ຂອງບໍລິສັດ Nanogen ມີຊື່ວ່າ Nanocovac. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທ່ງລອງ ໃຫ້ຮູ້ວ່າ:
        “ໃນໄລຍະ 1 ແລະ ໄລຍະ 2, ວິທະຍາຄານເສນາຮັກຈະທົດລອງໃສ່ນັກສຶກສາ ເຊິ່ງພວກຂ້າພະເຈົ້າໄດ້ຮຽກຮ້ອງເຂົ້າຮ່ວມແມ່ນບັນດານັກສຶກສາສະໝັກໃຈ. 2 ໄລຍະດັ່ງກ່າວ ຕົ້ນຕໍແມ່ນທົດລອງລັກສະນະຄວາມປອດໄພ.
        ໃນໄລຍະ 1 ຈະດຳເນີນການທົດລອງວັກຊິນກັນໂຄວິດ-19 ໃສ່ຄົນ. ໄລຍະ 2 ຄາດວ່າຈະດຳເນີນໃນເດືອນ ມີນາ 2021 ດ້ວຍຈຳນວນຜູ້ເຂົ້າຮ່ວມທົດລອງຕ່ຳສຸດແມ່ນ 400 ຄົນ. ບົນພື້ນຖານໝາກຜົນຂອງໄລຍະ 2, ຫົວໜ່ວຍທີ່ກ່ຽວຂ້ອງຈະດຳເນີນໄລຍະ 3. ກະຊວງສາທາລະນະສຸກ ຫວຽດນາມ ຄາດຄະເນວ່າ ຈະສົມທົບກັບ 3 ປະເທດ ບັງກະລາເທດ, ອິນເດຍ ແລະ ອິນໂດເນເຊຍ ເພື່ອທົດລອງໄລຍະ 3 ຂອງວັກຊິນດັ່ງກ່າວ ຍ້ອນວ່າແມ່ນບັນດາປະເທດມີໂລກລະບາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງໃນຊຸມຊົນ.
(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top