• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່າງປະເທດຫວຽດນາມຍົກຄຳເຫັນຕໍ່ເລື່ອງ Facebook ລົງແຜນທີ່ລະເມີດອະທິປະໄຕຫວຽດນາມ

ວັນທີ 5 ກໍລະກົດ, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ໂງກວາງທັງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ຫນ້າເລື່ອງ Facebook ລົງແຜນທີ່ລະເມີດອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.

ທ່ານ ໂງຕວານທັງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ

ຕາມທ່ານ ໂງຕວານທັງແລ້ວ, ພາຍຫລັງໄດ້ຮັບຂ່າວຄາວດັ່ງກ່າວ, ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ໄດ້ເຮັດວຽກກັບ Facebook ແລະ Facebook ໄດ້ດັດແກ້ຂໍ້ມູນຂ່າວທີ່ຜິດພາດດັ່ງກ່າວໃນແຜນທີ່ນີ້. ທ່ານຮອງໂຄສົກກະຊວງການຕ່າງປະເທດ ອີກຄັ້ງຫນຶ່ງໄດ້ເນັ້ນຫນັກວ່າ ຫວຽດນາມ ມີພະຍານຫລັກຖານດ້ານນິຕິທຳຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ໄດ້ກຳນົດແມ່ນເໝາະສົມກັບກົດໝາຍສາກົນ.

ແລະທີ່ການປະຊຸມຂ່າວ, ທ່ານ ໂງຕວານທັງ ໃຫ້ຮູ້ວ່າ: ລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຈະໄປຢ້ຽມຢາມຫວຽດນາມ ແຕ່ວັນທີ 8-9 ກໍລະກົດ ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດ ເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນກັບຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງແທ້ຈິງ, ປະສິດທິຜົນ, ເປັນຕົ້ນໃນບັນດາຂົງເຂດການເມືອງ ການທູດ, ເສດຖະກິດ - ການຄ້າ ການລົງທຶນ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ.

(ແຫຼ່ງຄັດຈາກ VOV)


ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top